ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ໄດ້ຕີລາຄາສູງການລົງທຶນຂອງ TTI  ເຂົ້າຫວຽດນາມໃນໄລຍະຜ່ານມາດ້ວຍຂອບຂະໜາດໃຫຍ່ ແລະຄາດຄະເນວ່າຈະທໍາມາຫາກິນຍາວນານ. ລັດຖະບານຫວຽດນາມ ໃຫ້ຄໍາໝັ້ນສັນຍາຈະສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນ, ໃນນັ້ນມີ TTI ທໍາມາຫາກິນປະສົບຜົນສໍາເລັດ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Horst Julius Pudwill ປະທານກຸ່ມບໍລິສັດ TTI. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ, ຫວຽດນາມ ເປັນສະມາຊິກຂອງອົງການການຄ້າໂລກ (WTO), ເຂົ້າຮ່ວມບັນດາສັນຍາການຄ້າເສລີ (FTA) ລຸ້ນໃໝ່, ໂດຍສະເພາະແມ່ນສັນຍາ CPTPP ທີ່ມີຜົນສັກສິດແລ້ວ, ສັນຍາ EVFTA  ທີ່ຫາກໍ່ໄດ້ລົງນາມຢ່າງເປັນທາງການ ແລະສັນຍາ RCEP ທີ່ກໍາລັງເຈລະຈາຢ່າງຕັ້ງໜ້າ.

ທີ່ການຕ້ອນຮັບ, ທ່ານ Horst Julius Pudwill ປະທານກຸ່ມບໍລິສັດ TTI ໄດ້ຂອບໃຈທ່ານນາຍົກລັດຖະມົນຕີຫວຽດນາມ ທີ່ໄດ້ສະຫຼະເວລາຕ້ອນຮັບ; ສະແດງຄວາມປະທັບໃຈພິເສດກັບປະເທດ ແລະຊາວຫວຽດນາມທີ່ດຸໝັ່ນຂະຫຍັນພຽນ ແລະສະຫຼາດ. ທ່ານ Horst Julius Pudwill ເຫັນໄດ້ວ່າຢູ່ຫວຽດນາມ ມີໂອກາດດໍາເນີນທຸລະກິດແບບຍາວນານຫຼາຍທີ່ສຸດ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ Horst Julius Pudwill ຫວັງວ່າພາຍຫຼັງລົງທຶນເຂົ້າຫວຽດນາມແລ້ວ, ລາຍຮັບຂອງກຸ່ມບໍລິສັດຈະເຕີບໂຕຢ່າງແຮງກວ່າອີກ. ຊໍ້າບໍ່ໜໍາ, TTI ຈະລົງທຶນຢ່າງແຮງເຂົ້າໃນການຄົ້ນຄວ້າພັດທະນາ, ໂຮງຮຽນກໍ່ສ້າງວິຊາຊີບຕາມມາດຕະຖານຂອງເຢຍລະມັນ ເພື່ອບໍາລຸງກໍ່ສ້າງບັນດາວິສະວະກອນຫວຽດນາມ...

ທ່ານນາຍົກລັດຖະມົນຕີ ກໍຢັ້ງຢືນວ່າ, ສະພາບການດໍາເນີນທຸລະກິດຢູ່ຫວຽດນາມ ກໍາລັງມີຄວາມດູດດື່ມ, ຍາມໃດກໍໄດ້ຮັບການປັບປຸງ, ສູ້ຊົນໃຫ້ໄດ້ຢືນຢູ່ໃນກຸ່ມແຖວໜ້າອາຊຽນ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ, ມີບັນດາກຸ່ມບໍລິສັດໃຫຍ່ໄດ້ລົງທຶນ, ຜະລິດບັນດາຜະລິດຕະພັນເຕັກໂນໂລຢີສູງຢູ່ຫວຽດນາມ, ເພື່ອສົ່ງອອກໄປຍັງຕະຫຼາດໂລກ...

ໂດຍ: ໄຊຊະນະ