ຊຸກຍູ້ການພົວພັນຮ່ວມມື ຫວຽດນາມ-ຍີ່ປຸ່ນ
ກປ.ອອນໄລ - ຕອນບ່າຍວັນທີ 22 ກໍລະກົດ, ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Tsutomu Takebe ທີ່ປຶກສາພິເສດສໍາພັນທະມິດສະມາຊິກລັດຖະສະພາມິດຕະພາບ ຍີ່ປຸ່ນ-ຫວຽດນາມ.
ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານ ຫງວຽນຊວນຟຸກ ຊີ້ແຈ້ງວ່າ, ຫວຽດນາມ ແລະ ຍີ່ປຸ່ນ ແມ່ນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກວ້າງຂວາງ, ການພົວພັນຮ່ວມມືໄດ້ຮັບການພັດທະນາໃນທຸກຂົງເຂດດ້ວຍຄວາມໄວ້ເນື້ອເຊື່ອໃຈສູງ.
|
|
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Tsutomu Takebe ທີ່ປຶກສາພິເສດສໍາພັນທະມິດສະມາຊິກລັດຖະສະພາມິດຕະພາບ ຍີ່ປຸ່ນ-ຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ. |
ທ່ານ Takebe Tsutomu ຢັ້ງຢືນວ່າ, ພັກປະຊາທິປະໄຕເສລີ (LDP) ກໍ່ຄືສໍາພັນທະມິດສະມາຊິກລັດຖະສະພາມິດຕະພາບ ຍີ່ປຸ່ນ-ຫວຽດນາມ ຍາມໃດກໍ່ປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບ ແລະການຮ່ວມມືຫຼາຍດ້ານກັບຫວຽດນາມ.
ຕີລາຄາສູງບັນດາຄຳຄິດເຫັນຂອງທ່ານ Takebe Tsutomu, ທ່ານ ຫງວຽນຊວນຟຸກ ຊີ້ແຈ້ງວ່າ, ການພົວພັນຫວຽດນາມ- ຍີ່ປຸ່ນ ພັດທະນາຢ່າງແຮງໃນບັນດາຂົງເຂດ, ໃນນັ້ນມີໂຄງການມະຫາວິທະຍາໄລ ຫວຽດນາມ-ຍີ່ປຸ່ນ ແມ່ນ “ປາພະຄານ” ໃນການພົວພັນສອງປະເທດ. ທ່ານ ຫງວຽນຊວນຟຸກ ປາດຖະໜາວ່າ, ທ່ານ Takebe Tsutomu ຍາມໃດກໍ່ມານະພະຍາຍາມ, ຕັ້ງໜ້າປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນສອງປະເທດຫຼາຍກວ່າອີກ...
ໂດຍ: ສົມເພັດ