ຄະນະຜູ້ແທນພັກກອມມູນິດຫວຽດນາມໂດຍທ່ານ ຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ເປັນຫົວໜ້າຄະນະ.   ຄະນະຜູ້ແທນພັກກອມມູນິດຈີນໂດຍທ່ານ Huang Kunming; ຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດຈີນ ເປັນຫົວໜ້າຄະນະ.

leftcenterrightdel
ທ່ານ ຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ. ພາບ: vov.vn.

ທີ່ກອງປະຊຸມສໍາມະນາ, ຜູ້ແທນສອງຝ່າຍໄດ້ສຸມໃສ່ແລກປ່ຽນ, ແບ່ງປັນບັນດາບັນຫາທີ່ມີລັກສະນະທິດສະດີ ແລະພຶດຕິກຳຕົວຈິງໃນວິວັດການກໍ່ສ້າງຫັນສັງຄົມນິຍົມເປັນທັນສະໄໝຢູ່ແຕ່ລະປະເທດ.

 

leftcenterrightdel

ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່ອນໜ້ານັ້ນ, ທ່ານ ຫວໍວັນເຖືອງ ໄດ້ມີການພົບປະກັບທ່ານ Zhao Leji, ກໍາມະການຄະນະປະຈໍາກົມການເມືອງ, ເລຂາຄະນະກໍາມະການກວດກາລະບຽບວິໄນສູນກາງພັກກອມມູນິດຈີນ ແລະພົບປະເຈລະຈາກັບ ທ່ານ Huang Kunming. ສອງຝ່າຍໄດ້ແຈ້ງໃຫ້ກັນຮັບຊາບກ່່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ, ແລກປ່ຽນຄໍາຄິດເຫັນກ່ຽວກັບການພົວພັນລະຫວ່າງສອງພັກ, ສອງລັດໃນໄລຍະຜ່ານມາ ແລະປຶກສາຫາລືກ່ຽວກັບບັນດາທິດທາງສືບຕໍ່ຊຸກຍູ້ການພົວພັນລະຫວ່າງສອງພັກ, ສອງລັດໃຫ້ພັດທະນາຢ່າງປອດໃສ, ເປັນປົກກະຕິໃນໄລຍະຈະມາເຖິງ; ແລກປ່ຽນກ່ຽວກັບທິດທາງຜັນຂະຫຍາຍການຮ່ວມມື, ພົບປະແລກປ່ຽນລະຫວ່າງຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ແລະຄະນະໂຄສະນາສູນກາງພັກກອມມູນິດຈີນ.

leftcenterrightdel
ທ່ານ ຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ແລະທ່ານ Huang Kunming, ຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດຈີນ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່ຽວກັບບັນຫາທະເລຕາເວັນອອກ,  ທ່ານ ຫວໍວັນເຖືອງ ສະເໜີສອງຝ່າຍຄວນປະຕິບັດບັນດາຄວາມຮັບຮູ້ລວມທີ່ການນໍາຂັ້ນສູງສອງພັກ, ສອງລັດບັນລຸໄດ້ເປັນຢ່າງດີ, ໃນນັ້ນມີຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານໃນການຊີ້ນໍາແກ້ໄຂບັນຫາຢູ່ທະເລຫວຽດນາມ-ຈີນ; ແກ້ໄຂບັນດາຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982; ສະເໜີຝ່າຍຈີນ ເຄົາລົບສິດ ແລະຜົນປະໂຫຍດອັນຊອບທໍາ, ຖືກຕ້ອງຕາມກົດໝາຍຂອງ ຫວຽດນາມ ຢູ່ທະເລໂດຍອີງຕາມກົດໝາຍສາກົນ, ບໍ່ປະໃຫ້ມີຜົນສະທ້ອນຫຍໍ້ທໍ້ເຖິງທ່າພັດທະນາໃນການພົວພັນສອງປະເທດ.

ໂດຍ: ທູຈາງ