leftcenterrightdel
ທ່ານ ເລຢູງ ຜູ້ຕາງໜ້າຂອງຫວຽດນາມ ປະຈໍາ ສະຫະປະຊາຊາດ ແລະບັນດາອົງການຈັດຕັ້ງສາກົນ. ພາບ: baoquocte.vn.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ເລຢູງ ຜູ້ຕາງໜ້າຂອງຫວຽດນາມ ປະຈໍາ ສະຫະປະຊາຊາດ ແລະບັນດາອົງການຈັດຕັ້ງສາກົນຢູ່ Vienna, ທ່ານ ເລຢູງ ຕີລາຄາສູງຄວາມສໍາຄັນຂອງບັນດາເອກະສານຂອງ UNCITRAL ຕໍ່ກັບວິວັດການກໍ່ສ້າງ ແລະພັດທະນາບັນດາເອກະສານກົດໝາຍວ່າດ້ວຍການຄ້າຂອງຫວຽດນາມ, ຍົກໃຫ້ເຫັນແຜນນະໂຍບາຍການເຊື່ອມໂຍງເຂົ້າກັບສາກົນ, ຄວາມມານະພະຍາຍາມ ແລະຜົນງານຂອງຫວຽດນາມ ໃນການປະຕິຮູບກົດໝາຍເພື່ອແນໃສ່ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ບົນພື້ນຖານເຄົາລົບກົດໝາຍ ແລະບັນດາມາດຖານສາກົນ.

ທ່ານ ເລຢູງ ຢັ້ງຢືນວ່າ, ດ້ວຍຖານະບົດບາດແມ່ນສະມາຊິກໃໝ່, ຫວຽດນາມ ຈະສວມບົດບາດຢ່າງຕັ້ງໜ້າເຂົ້າໃນວຽກງານຂອງ UNCITRAL ໃນອາຍຸການນີ້ ແລະສະເໜີໃຫ້ UNCITRAL ສືບຕໍ່ໜູນຊ່ວຍດ້ານເຕັກນິກໃຫ້ແກ່ ຫວຽດນາມ ຕໍ່ກັບຮ່າງກົດໝາຍວ່າດ້ວຍການລົງທຶນຕາມຮູບການແມ່ນຄູ່ຮ່ວມມືພາກລັດ ແລະພາກເອກະຊົນ, ກໍ່ຄືແລກປ່ຽນກ່ຽວກັບບັນດາໂຄງການໜູນຊ່ວຍດ້ານເຕັກນິກອື່ນ.

ຄະນະຫວຽດນາມ ໄດ້ເຂົ້າຮ່ວມກ່າວຄໍາເຫັນທີ່ບັນດາຫົວຂໍ້ໃນບົດບາດຂອງ UNCITRAL ໃນການຊຸກຍູ້ອຳນາດແຫ່ງກົດໝາຍ, ລາຍການເຮັດວຽກຂອງ UNCITRAL ໃນໄລຍະຈະມາເຖິງ, ເລື່ອງຂະຫຍາຍຈໍານວນສະມາຊິກ UNCITRAL ແລະບັນຫາການປະຕິຮູບກົນໄກແກ້ໄຂຄວາມຂັດແຍ້ງກັນໃນການລົງທຶນ.

ໂດຍ: ໄຊນີດາ