ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ ລາວ ຕາມຄໍາເຊີນຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ລາວ, ໃນຕອນເຊົ້າວັນທີ 20 ກໍລະກົດ, ທ່ານ ມາຍຕ໊ຽນຢຸງ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຫວຽດນາມ ແລະຄະນະປະຕິບັດງານ ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ສະຖານທູດຫວຽດນາມ ປະຈໍາ ລາວ.

leftcenterrightdel
ທ່ານ ມາຍຕ໊ຽນຢຸງ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຫວຽດນາມ ໂອ້ລົມກັບພະນັກງານພາລະກອນສະຖານທູດຫວຽດນາມ ປະຈໍາ ລາວ. ພາບ: vov.vn.

ທີ່ການເຮັດວຽກ. ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ໄດ້ລາຍງານກ່ຽວກັບສະພາບການທາງດ້ານເສດຖະກິດ-ສັງຄົມຂອງ ລາວ, ໃນນັ້ນ, ເອົາໃຈໃສ່ເປັນພິເສດເຖິງບັນດາຂໍ້ຄົງຄ້າງໃນຂັ້ນຕອນການຜັນຂະຫຍາຍບັນດາໂຄງການໃນຂອບເຂດຂໍ້ຕົກລົງຮ່ວມມືຕ່າງໆທີ່ໄດ້ລົງນາມລະຫວ່າງສອງປະເທດ.

ທ່ານ ຫງວຽນບ໊າຮຸ່ງ ສະເໜີການນໍາຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຫວຽດນາມ ເອົາໃຈໃສ່ວຽກງານເປັນເສນາທິການຊ່ວຍລັດຖະບານ ແລະບັນດາກະຊວງແກ້ໄຂບັນດາສິ່ງກີດຂວາງຕໍ່ກັບໂຄງການຊ່ວຍເຫຼືອທີ່ໄດ້ລົງນາມກັບ ລາວ ໃຫ້ຫຼາຍກວ່າອີກ; ຄວນເອົາໃຈໃສ່ເຖິງບັນຫາບໍາລຸງສ້າງແຫຼ່ງຊັບພະຍາກອນຂັ້ນຍຸດທະສາດໃຫ້ແກ່ ລາວ ໃນໄລຍະຈະມາເຖິງ.

ທ່ານ ມາຍຕ໊ຽນຢຸງ ຢັ້ງຢືນວ່າ ຈະສືບຕໍ່ສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະສະຖານທູດຫວຽດນາມ ປະຈໍາລາວ ເປັນຢ່າງດີ, ເປັນເສນາທິການຊ່ວຍໃຫ້ລັດຖະບານແກ້ໄຂບັນດາຂໍ້ຕິດຂັດ, ຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມລະຫວ່າງສອງປະເທດ, ນໍາເອົາສາຍພົວພັນຮ່ວມມືຮອບດ້ານຫວຽດນາມ-ລາວ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ບັນລຸໄດ້ປະສິດທິຜົນຢ່າງແທດຈິງ.

ໂດຍ: ເກື່ອງດັ້ງ