ທີ່ການຕ້ອນຮັບ, ທ່ານ ຫງວຽນຊວນຟຸກ ຢັ້ງຢືນວ່າ, ຍີ່ປຸ່ນ ເປັນຄູ່ຮ່ວມມືເສດຖະກິດແຖວໜ້າຢູ່ຫວຽດນາມ, ລັດຖະບານ ແລະບັັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ ຈະສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຍີ່ປຸ່ນ ລົງທຶນດໍາເນີນທຸລະກິດຢູ່ຫວຽດນາມ.

ທ່ານ ຫງວຽນຊວນຟຸກ ຕີລາຄາສູງການເຄື່ອນໄຫວລົງທຶນດໍາເນີນທຸລະກິດຂອງກຸ່ມບໍລິສັດ Fast Retailing ຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ, ຍີ່ປຸ່ນ ແມ່ນຄູ່ຮ່ວມມືສະໜອງ ODA ໃຫຍ່ທີ່ສຸດຢູ່ຫວຽດນາມ. ດ້ວຍພົນລະເມືອງ 96 ກວ່າລ້ານຄົນ, ຫວຽດນາມ ແມ່ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນໃຫ້ແກ່ບັນດາຜະລິດຕະພັນຕິດຫຍິບຂອງ ຍີ່ປຸ່ນ ແລະການມີໜ້າຂອງບັນດາກຸ່ມບໍລິສັດຍີ່ປຸ່ນ ທີ່ຫວຽດນາມ ກໍຈະປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Yanai Tadashi ປະທານທັງເປັນຜູ້ອໍານວຍການກຸ່ມບໍລິສັດ Fast Retailing ພ້ອມຄະນະ. ພາບ: ສໍານັກຂ່າວສານຫວຽດນາມ. 

ທ່ານ Yanai Tadashi ປະທານທັງເປັນຜູ້ອໍານວຍການກຸ່ມບໍລິສັດ Fast Retailing ໄດ້ຂອບໃຈທ່ານນາຍົກລັດຖະມົນຕີ ທີ່ໄດ້ສະຫຼະເວລາຕ້ອນຮັບ; ພ້ອມທັງຢັ້ງຢືນວ່າ, ນອກຈາກບັນດາຜະລິດຕະພັນຕັດຫຍິບຢູ່ຕະຫຼາດຫວຽດນາມແລ້ວ, ໃນໄລຍະຈະມາເຖິງ ກຸ່ມບໍລິສັດຈະຜັນຂະຫຍາຍລະບົບຂາຍຍ່ອຍຢູ່ຫວຽດນາມ ຕື່ມອີກ...

ຮັບຮູ້ບັນດາຄໍາສະເໜີແນະຂອງການນໍາກຸ່ມບໍລິສັດ, ທ່ານ ຫງວຽນຊວນຟຸກ ໃຫ້ຮູ້ວ່າ, ຫວຽດນາມ ໃຫ້ຄໍາໝັ້ນສັນຍາຈະສ້າງສະພາບແວດລ້ອມແຫ່ງການລົງທຶນຢ່າງສະດວກໃຫ້ແກ່ບັນດາວິສາຫະກິດ, ນັກລົງທຶນຕ່າງປະເທດ, ໃນນັ້ນມີບັນດາວິສາຫະກິດຍີ່ປຸ່ນ, ຜ່ານນັ້ນຊຸກຍູ້ການເຄື່ອນໄຫວດ້ານເສດຖະກິດ, ການຄ້າສອງປະເທດກວ່າອີກ.

ໂດຍ: ກວຽດເຕິມ