ສອງຝ່າຍສະແດງຄວາມເພິ່ງພໍໃຈເມື່ອເຫັນວ່າການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ ແລະການຮ່ວມມືຮອບດ້ານຫວຽດນາມ-ກໍາປູເຈຍ ກໍາລັງໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ... ການຮ່ວມມືດ້ານເສດຖະກິດ-ການຄ້າເຕີບໂຕຢ່າງແຮງ, ດ້ວຍວົງເງິນການຄ້າສອງສົ້ນບັນລຸ 4,7 ຕື້ໂດລາສະຫະລັດໃນປີ 2018, ຫວຽດນາມ ແມ່ນໜຶ່ງໃນ 5 ປະເທດລົງທຶນໃຫຍ່ທີ່ສຸດຢູ່ ກໍາປູເຈຍ ດ້ວຍ 211 ໂຄງການ, ລວມມູນຄ່າກວ່າ 3 ຕື້ໂດລາສະຫະລັດ.

leftcenterrightdel
ທ່ານ ຫງວຽນກ໊ວກຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະທ່ານນາງ Eat Sophea ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະຮ່ວມມືສາກົນກໍາປູເຈຍ. ພາບ: vov.vn.

ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການພົວພັນດ້ານການຄ້າ, ເປັນຕົ້ນແມ່ນການຄ້າເຂດຊາຍແດນ, ຍູ້ແຮງການເຊື່ອມຈອດບັນດາດ່ານຊາຍແດນ ແລະພັັດທະນາພື້ນຖານໂຄງລ່າງຢູ່ເຂດຊາຍແດນ, ສູ້ຊົນນໍາວົງເງິນການຄ້າສອງສົ້ນເພີ່ມຂຶ້ນສູງກວ່າ 5 ຕື້ໂດລາສະຫະລັດ...

ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ທ່າຕັ້ງໜ້າໃນປະຈຸບັນກ່ຽວກັບວຽກງານຂີດເສັ້ນປັກຫຼັກໝາຍຊາຍແດນທາງບົກ, ສູ້ຊົນປະຕິບັດສໍາເລັດ ແລະລົງນາມໃນເອກະສານນິຕິກໍາສອງສະບັບທີ່ຮັບຮູ້ຜົນງານ 84% ຂອງວຽກງານຂີດເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນໃນປີ 2019 ຄືດັ່ງການຊີ້ນໍາຂອງການນຳຂັ້ນສູງສອງປະເທດ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: vov.vn.

ສອງຝ່າຍຕີລາຄາສູງກົນໄກປຶກສາຫາລືດ້ານການເມືອງ, ຕົກລົງຊຸກຍູ້ການພົບປະແລກປ່ຽນລະຫວ່າງກະຊວງການຕ່າງປະເທດຫວຽດນາມ ແລະກະຊວງການຕ່າງປະເທດ ແລະຮ່ວມມືສາກົນກໍາປູເຈຍ ກວ່າອີກເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ ແລະສົມທົບກັນໃນການປະຕິບັດວຽກງານ; ໃນຕໍ່ໜ້າແມ່ນສົມທົບກັນຈັດຕັ້ງສຳເລັດກອງປະຊຸມຄັ້ງທີ 17 ຂອງຄະນະກໍາມະການປະສົມກ່ຽວກັບການຮ່ວມມືດ້ານເສດຖະກິດ, ວັດທະນະທໍາ ແລະວິທະຍາສາດເຕັກນິກໃນປີ 2019. ສອງຝ່າຍກໍ່ແບ່ງປັນ ແລະເຫັນດີເປັນເອກະພາບສູງກ່ຽວກັບບັນດາບັນຫາພາກພື້ນ, ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ໂດຍ: ໄຊນີດາ