ທີ່ການຕ້ອນຮັບ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ເນັ້ນໜັກວ່າ, ການນໍາພັກ, ລັດ ແລະສະພາແຫ່ງຊາດຫວຽດນາມ ໃຫ້ຄວາມສົນໃຈ, ເອົາໃຈໃສ່ເປັນພິເສດເຖິງວຽກງານຕຸລາການ. ປັດຈຸບັນ, ຫວຽດນາມ ກໍາລັງມານະພະຍາຍາມປະຕິບັດຍຸດທະສາດປະຕິຮູບດ້ານຕຸລາການ ແລະບັນລຸໄດ້ຜົນງານສໍາຄັນຫຼາຍຢ່າງ, ໃນນັ້ນຂະແໜງສານ ມີທີ່ຕັ້ງ, ບົດບາດສໍາຄັນ.

leftcenterrightdel
ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ ຄໍາພາ ແສງດາຣາ ປະທານສານປະຊາຊົນສູງສຸດລາວ. ພາບ: ຈ໋ຽນຖັ໋ງ.

ທ່ານ ຄໍາພາ ແສງດາຣາ, ປະທານສານປະຊາຊົນສູງສຸດລາວ ໃຫ້ຮູ້ວ່າ, ຂະແໜງສານຂອງລາວ ກໍາລັງປະຕິບັດໜ້າທີ່ປະຕິຮູບດ້ານຕຸລາການ. ດັ່ງນັ້ນ, ການຢ້ຽມຢາມ ແລະເຮັດວຽກຄັ້ງນີ້ບໍ່ພຽງແຕ່ເພື່ອແນໃສ່ຮັດແໜ້ນສາຍພົນພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ ເທົ່ານັ້ນ, ຫາກຍັງເພື່ອແນໃສ່ແລກປ່ຽນບົດຮຽນໃນການປະຕິຮູບດ້ານຕຸລາການ.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຕີລາຄາສູງການຮ່ວມມືຢ່າງໜັກແໜ້ນລະຫວ່າງຂະແໜງສານສອງປະເທດໃນໄລຍະຜ່ານມາ, ໂດຍສະເພາະແມ່ນໃນການກໍ່ສ້າງ, ບໍາລຸງວິຊາສະເພາະສານ, ຜູ້ພິພາກສາ, ແລກປ່ຽນບັນດາຄະນະປະຕິບັດງານຢູ່ຂັ້ນສູງກາງ ແລະທ້ອງຖິ່ນ. ພ້ອມທັງເຊື່ອໝັ້ນວ່າ, ສານປະຊາຊົນສູງສຸດ ແລະສານບັນດາທ້ອງຖິ່ນສອງປະເທດ ຈະສືບຕໍ່ຍົກສູງປະສິດທິຜົນການຮ່ວມມື, ແບ່ງປັນບົດຮຽນ, ນໍາມາເຊິ່ງບັນດາຜົນປະໂຫຍດຢ່າງລະອຽດ, ແທດຈິງໃຫ້ແກ່ຂະແໜງສານສອງປະເທດ, ປະກອບສ່ວນຕັ້ງໜ້າເຂົ້າໃນການພັດທະນາລວມຂອງແຕ່ລະປະເທດ, ກໍຄືຮັດແໜ້ນການພົວພັນຮ່ວມມືທີ່ເປັນມູນເຊື້ອລະຫວ່າງສອງຊາດ ກວ່າອີກ.

ໂດຍ: ໄຊຊະນະ