ທ່ານ Akif Ayhan ໃຫ້ຮູ້ວ່າ, ການຮ່ວມມືລະຫວ່າງສອງປະເທດກໍາລັງພັດທະນາຢ່າງຕັ້ງໜ້າໃນທຸກຂົງເຂດ, ພິເສດແມ່ນພາຍຫຼັງການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Binali Yildirim ໃນເດືອນ ສິງຫາ 2017. ປີ 2018, ສອງປະເທດໄດ້ຈັດຕັ້ງບັນດາກິດຈະກໍາທ່ອງທ່ຽວ, ວັດທະນະທໍາເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1978-2018). ກ່ຽວກັບຂົງເຂດການຄົມມະນາຄົມ-ຂົນສົ່ງ, ການບິນ, ບໍລິສັດ Turkish Airline ໃຫ້ຮູ້ວ່າຈະເປີດສາຍການບິນໂດຍກົງລະຫວ່າງ ຮ່າໂນ້ຍ - Istanbul  ໃນວັນທີ 11 ກັນຍາ ຈະມາເຖິງ.

leftcenterrightdel
ທ່ານ Akif Ayhan ເອກອັກຄະລັດຖະທູດ ຕວກກີ ປະຈໍາຫວຽດນາມ ທີ່ການພົບປະກັບສື່ມວນຊົນ. ພາບ: baoquocte.vn.

ທ່ານ Akif Ayhan ປາດຖະໜາວ່າ, ສອງປະເທດຈະສືບຕໍ່ຫັນຮູບການພົວພັນຕ່າງປະເທດໃຫ້ເປັນຫຼາຍຮູບຫຼາຍແບບ, ເປີດກວ້າງການຮ່ວມມືໃນຫຼາຍຂົງເຂດ ແລະຂຶ້ນແຜນການໃຫ້ແກ່ບັນດາການຢ້ຽມຢາມຂັ້ນສູງໃນໄລຍະຈະມາເຖິງໂດຍໄວ. ທ່ານ Akif Ayhan  ກໍຫວັງວ່າໃນອະນາຄົດ, ຫວຽດນາມ ແລະຕວກກີ ຈະລົງນາມສັນຍາການຄ້າເສລີ (FTA) ສະບັບໜຶ່ງ.

ໂດຍ: ໄຊຊະນະ