ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານ ຫງວຽນຊວນຟຸກ ໃຫ້ຮູ້ວ່າ, ເດືອນ ເມສາ 2018, ທ່ານໄດ້ເຂົ້າຮ່ວມ ແລະເປັນປະທານເວທີປາໄສວິສາຫະກິດຫວຽດນາມ - ສິງກະໂປ ດ້ວຍການເຂົ້າຮ່ວມຂອງຜູ້ແທນປະມານ 700 ຄົນ ແລະມູນຄ່າບັນດາເອກະສານການຮ່ວມມືລົງທຶນດ້ານການຄ້າທີ່ໄດ້ລົງນາມບັນລຸໄດ້ປະມານ 10 ຕື້ໂດລາສະຫະລັດ. ທ່ານນາຍົກລັດຖະມົນຕີ ໄດ້ຂອບໃຈ SBF, ESG ໄດ້ສົມທົບກັນຈັດຕັ້ງສໍາເລັດເວທີປາໄສດັ່ງກ່າວ, ປະກອບສ່ວນຊຸກຍູ້ການຮ່ວມມືເສດຖະກິດສອງຝ່າຍເຂົ້າສູ່ແທດຈິງ. ທ່ານຊີ້ແຈ້ງວ່າ ລັດຖະບານຫວຽດນາມ ຕີລາຄາສູງຕໍ່ບັນດາການເຄື່ອນໄຫວລົງທຶນດໍາເນີນທຸລະກິດຂອງວິສາຫະກິດສິງກະໂປ ຢູ່ ຫວຽດນາມ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ, ລັດຖະບານຫວຽດນາມ ຍາມໃດກໍ່ມານະພະຍາຍາມຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກ ແລະຮັກສາຄວາມໝັ້ນຄົງທາງດ້ານການເມືອງ, ສັງຄົມ; ລະບອບກົດໝາຍແມ່ນນັບມື້ນັບຈະແຈ້ງ, ສອດຄ່ອງກັບທຳນຽມ ແລະໃຫ້ຄໍາໝັ້ນສັນຍາສາກົນ, ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດມີຄວາມອຸ່ນອ່ຽນໃຈເຄື່ອນໄຫວແບບຍາວນານ, ພັດທະນາຄວາມສະດວກ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າລັດຖະບານຫວຽດນາມ ໃຫ້ຄໍາໝັ້ນສັນຍາວ່າຈະສ້າງທຸກເງື່ອນໄຂສະດວກໃຫ້ບັນດາວິສາຫະກິດສິງກະໂປ ທໍາມາຫາກິນຢູ່ ຫວຽດນາມ ປະສົບຜົນສໍາເລັດ.

ຕາງໜ້າໃຫ້ຄະນະວິສາຫະກິດສິງກະໂປ, ທ່ານ Teo Siong Seng ປະທານ SBF ໄດ້ສະແດງຄວາມເປັນກຽດ ທີ່ໄດ້ນໍາໜ້າຄະນະວິສາຫະກິດສິງກະໂປ ຈຳນວນ 36 ແຫ່ງ ມາຊອກຫາໂອກາດຮ່ວມມືດໍາເນີນທຸລະກິດຢູ່ ຫວຽດນາມ, ພ້ອມທັງໃຫ້ຮູ້ວ່າ, ຝ່າຍສິງກະໂປ ຈະສືບຕໍ່ປະກອບສ່ວນເຂົ້າໃນການເຕີບໂຕຂອງ ຫວຽດນາມ, ເຮັດໃຫ້ການພົວພັນຮ່ວມມືລະຫວ່າງສອງປະເທດຕິດພັນກວ່າອີກ. ທ່ານຍັງສະແດງຄວາມຂອບອົກຂອບໃຈຕໍ່ການຊ່ວຍເຫຼືອ, ການຮ່ວມມືຂອງ ລັດຖະບານ, ບັນດາກະຊວງ, ຂະແໜງການຂອງ ຫວຽດນາມ. ສິງກະໂປ ສະແດງໃຫ້ເຫັນຄວາມປາດຖະໜາຢາກຍູ້ແຮງການຮ່ວມມືກັບ ຫວຽດນາມ ໃນຂົງເຂດພັດທະນາຕົວເມືອງສະຫຼາດ; ການປະຕິວັດອຸດສາຫະກໍາ 4.0; ການປ່ຽນແປງໃໝ່ໃນການປະດິດຄິດສ້າງ.

ຊົມເຊີຍຄວາມຄິດເຫັນຂອງຝ່າຍວິສາຫະກິດສິງກະໂປ, ທ່ານ ຫງວຽນຊວນຟຸກ ປາດຖະໜາຢາກໃຫ້ບັນດາວິສາຫະກິດສິງກະໂປ ສືບຕໍ່ເປີດກວ້າງການລົງທຶນຢູ່ ຫວຽດນາມ ໃນບາງຂົງເຂດທີ່ມີທ່າແຮງ, ຄື: ພັດທະນາພື້ນຖານໂຄງລ່າງຄືນໃໝ່, logisitics, ການເງິນທະນາຄານ, ເຕັກໂນໂລຢີຂໍ້ມູນຂ່າວສານ, ເອເລັກໂຕນິກ,  ການສຶກສາ, ສາທາລະນະສຸກ...; ພ້ອມທັງປາດຖະໜາຢາກໃຫ້ສອງຝ່າຍສົມທົບກັນເພື່ອພັດທະນາຮູບແບບຕົວເມືອງສະຫຼາດເປັນຢ່າງດີ.

ໂດຍ: ໄຊນີດາ