ນັກຂ່າວ: ຂໍຮຽນທ່ານ, ທ່ານໃຫ້ຮູ້ບັນດາໝາກຜົນທີ່ພົ້ນເດັ່ນໃນການຢ້ຽມຢາມ ສປ.ຈີນ ຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ?

ທ່ານ ຫງວຽນວັນເຢົາ ປະທານກໍາມາທິການການຕ່າງປະເທດຂອງສະພາແຫ່ງຊາດ: ໃນຂອບເຂດການຢ້ຽມຢາມ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ; ພົບປະເຈລະຈາ ແລະເຂົ້າຮ່ວມງານລ້ຽງຢ່າງເປັນທາງການຂອງທ່ານ ລີ ຈ້ານຊູ ປະທານສະພາຜູ້ແທນປະຊາຊົນທົ່ວປະເທດ ຈີນ; ພົບປະກັບທ່ານ ກວາງຢ໊າງ ປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດ ຈີນ; ຢ້ຽມຢາມບາງທ້ອງຖິ່ນ ແລະຕ້ອນຮັບການນໍາບັນດາກຸ່ມບໍລິສັດ, ວິສາຫະກິດ ຈີນ. ໃນບັນດາການຢ້ຽມຢາມຂັ້ນສູງ, ເບິ່ງລວມແລ້ວ, ສອງຝ່າຍລ້ວນແຕ່ຕີລາຄາສູງສາຍພົວພັນອັນດີງາມລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ.

ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ຢັ້ງຢືນວ່າ, ການນໍາພັກ, ລັດຈີນ ຕີລາຄາສູງການຢ້ຽມຢາມຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ. ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ເນັ້ນໜັກວ່າ, ສອງປະເທດມີຫຼາຍຈຸດທີ່ຄ້າຍຄືກັນດ້ານການເມືອງ, ມີການພົວພັນທີ່ເປັນມູນເຊື້ອອັນດີງາມ. ສອງຝ່າຍເຫັນດີເປັນເອກະສັນຕັ້ງໜ້າໜູນຊ່ວຍ, ສົ່ງເສີມບັນດາທ້ອງຖິ່ນ, ໂດຍສະເພາະແມ່ນຢູ່ເຂດຊາຍແດນ, ເພີ່ມທະວີການພົບປະແລກປ່ຽນ, ຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ ແລະທ່ອງທ່ຽວ... ເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ.

leftcenterrightdel
ທ່ານ ຫງວຽນວັນເຢົາ ປະທານກໍາມາທິການການຕ່າງປະເທດຂອງສະພາແຫ່ງຊາດຫວຽດນາມ. ພາບ: qdnd.vn

ກ່ຽວກັບການຮ່ວມມືສະພາແຫ່ງຊາດ, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ຕີລາຄາສູງຕໍ່ການຮ່ວມມືລະຫວ່າງສອງອົງການນິຕິບັນຍັດສອງປະເທດ, ຖືວ່າການຮ່ວມມືນີ້ຈະປະກອບສ່ວນສໍາຄັນເຂົ້າໃນການຊຸກຍູ້ການພົວພັນຮ່ວມມື ຈີນ - ຫວຽດນາມ. ໃນຂະນະນັ້ນ, ທ່ານ ລີ ຈ້ານຊູ  ປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ເຫັນດີກັບທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ວ່າ ສອງຝ່າຍຄວນພົບປະແລກປ່ຽນ, ຮ່ວມມື ແລະແບ່ງປັນບົດຮຽນຢ່າງເປັນປະຈໍາ.

ໃນບັນດາການພົບປະກັບການນໍາຂັ້ນສູງ ຈີນ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຕີລາຄາສູງການຮ່ວມມືເສດຖະກິດລະຫວ່າງສອງຝ່າຍ, ພ້ອມທັງສະເໜີດັດປັບເພື່ອຫຼຸດຜ່ອນອັດຕາການນຳເຂົ້າເກີນດຸນເຂົ້າຫວຽດນາມ, ກ້າວໄປເຖິງຄວາມດຸ່ນດ່ຽງດ້ານການຄ້າສອງສົ້ນ.

ກ່ຽວກັບບັນຫາຢູ່ທະເລ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເໜີຝ່າຍຈີນ ຄວບຄຸມ ແລະແກ້ໄຂຄວາມບໍ່ລົງລອຍກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982). ບັນດາການນໍາ ຈີນ ສະເໜີເມື່ອມີຄວາມບໍ່ລົງລອຍກັນ, ສອງຝ່າຍຄວນລະງັບໃຈເພື່ອພ້ອມກັນແລກປ່ຽນແຕ່ລະບັນຫາໃຫ້ລະອຽດ.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະບັນດາການນໍາຈີນ ເຫັນດີເປັນເອກະພາບນຳກັນວ່າ ສອງປະເທດຈະສືບຕໍ່ສະໜັບສະໜູນເຊິ່ງກັນແລະກັນທີ່ບັນດາເວທີປາໄສຫຼາຍຝ່າຍ.

ນັກຂ່າວ: ໃນການຢ້ຽມຢາມ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໄປຢ້ຽມຢາມບາງທ້ອງຖິ່ນ, ຕ້ອນຮັບການນໍາບັນດາວິສາຫະກິດ ຈີນ ແລະເຂົ້າຮ່ວມບັນດາເຫດການໃນຂອບເຂດ “ຊຸມວັນວັດທະນະທໍາ ຫວຽດນາມ ຢູ່ ຈີນ”. ໝາກຜົນຂອງບັນດາການເຄື່ອນໄຫວນີ້ເປັນແນວໃດ, ຂໍຮຽນທ່ານ?

ທ່ານ ຫງວຽນວັນເຢົາ ປະທານກໍາມາທິການການຕ່າງປະເທດຂອງສະພາແຫ່ງຊາດ:  ທ່ານນາງ ຫງວຽນທິກິມເງິນ ໄປຢ້ຽມຢາມບາງທ້ອງຖິ່ນເພື່ອຊຸກຍູ້ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ ແລະພົບປະແລກປ່ຽນປະຊາຊົນລະຫວ່າງບັນດາທ້ອງຖິ່ນສອງປະເທດ.  ການນໍາບັນດາທ້ອງຖິ່ນນີ້ລ້ວນແຕ່ສະແດງຄວາມປາດຖະໜາຢາກຍູ້ແຮງການຮ່ວມມືກັບບັນດາທ້ອງຖິ່ນຂອງຫວຽດນາມ, ໂດຍສະເພາະແມ່ນໃນຂົງເຂດເສດຖະກິດ.

ໃນຂອບເຂດ “ຊຸມວັນວັດທະນະທໍາຫວຽດນາມ ຢູ່ ຈີນ”, ທ່ານນາງ ຫງວຽນທິກິມເງິນ ແລະທ່ານ ລີ ຈ້ານຊູ ໄດ້ພ້ອມກັນເຂົ້າຮ່ວມງານວາງສະແດງຮູບພາບກ່ຽວກັບປະເທດຊາດ, ຊາວຫວຽດນາມ ແລະວັດທະນະທໍາຫວຽດນາມ; ຢ້ຽມຊົມງານວາງສະແດງແນະນໍາບັນດາບົດປະພັນວັນນະຄະດີຫວຽດນາມທີ່ແປເປັນພາສາຈີນ; ຮັບຊົມລາຍການສະແດງສິລະປະ “ຂົວເຊື່ອມຕໍ່ມິດຕະພາບ”. ນີ້ແມ່ນສິ່ງທີ່ພິເສດທີ່ສຸດ ແລະບໍ່ເຄີຍມີມາກ່ອນ.

ເວົ້າລວມແລ້ວ, ການຢ້ຽມຢາມ ສປ.ຈີນ ຢ່າງເປັນທາງການຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ປະສົບຜົນສໍາເລັດຢ່າງຈົບງາມ ແລະຈະປະກອບສ່ວນນໍາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ພັດທະນາຂຶ້ນສູ່ລະດັບສູງໃໝ່ເທື່ອລະກ້າວ.

ຂໍຂອບໃຈ!

ໂດຍ: ໄຊຊະນະ