ນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ໄດ້ແຈ້ງໃຫ້ທ່ານ ກວາງຢ໊າງ ຊາບກ່ຽວກັບການສົມທົບກັນໃນການປະຕິບັດງານລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ແນວໂຮມປະເທດຊາດຫວຽດນາມ. ພ້ອມທັງຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ຜ່ານບັນດາການເຄື່ອນໄຫວຮ່ວມມືລະຫວ່າງແນວໂຮມປະເທດຊາດຫວຽດນາມ ແລະ ຄະນະກຳມະການສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນໃນໄລຍະຜ່ານມາ. ທ່ານນາງ ຫງວຽນທິກິມເງິນ ໄດ້ສະເໜີໃຫ້ທ່ານ ກວາງຢ໊າງ ສືບຕໍ່ເອົາໃຈໃສ່, ຊີ້ນຳສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນສົມທົບກັນຢ່າງແໜ້ນແຟ້ນກັບແນວໂຮມປະເທດຊາດຫວຽດນາມ.

leftcenterrightdel
ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ທ່ານ ກວາງຢ໊າງ ປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດ ຈີນ. ພາບ: quochoi.vn.

ສ່ວນທ່ານ ກວາງຢ໊າງ ໄດ້ຕີລາຄາສູງການພົວພັນສອງພັກ, ສອງລັດ. ກ່ຽວກັບບັນຫາຢູ່ທະເລ, ທ່ານ ກວາງຢ໊າງ ໄດ້ຊີ້ແຈ້ງວ່າການນຳຂັ້ນສູງສອງປະເທດໄດ້ມີຄວາມຮັບຮູ້ລວມ, ດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໃນການພົວພັນສອງຝ່າຍນັ້ນອາດສາມາດແກ້ໄຂບັນດາບັນຫາທີ່ຍັງມີຄວາມແຕກຕ່າງກັນ, ເພື່ອຮັກສາສະຖຽນລະພາບຢູ່ທະເລ.

ແຫຼ່ງຄັດຈາກ: vovworld.vn