ທີ່ການຕ້ອນຮັບ, ທ່ານນາງ ດັ້ງທິງອັກທິ້ງ ຢ້ັງຢືນວ່າ, ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດກັບກູບາ, ຕັດສິນໃຈປັບປຸງ ແລະເພີ່ມທະວີການພົວພັນມິດຕະພາບອ້າຍນ້ອງ, ຄວາມສາມັກຄີສັດຊື່ບໍລິສຸດຜຸດຜ່ອງ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ. ທ່ານນາງ ດັ້ງທິງອັກທິ້ງ ຢືນຢັນວ່າຫວຽດນາມ ຍາມໃດກໍ່ຄຽງບ່າຄຽງໄຫຼ່ກັບກູບາ ໃນກິດຈະການປົກປັກຮັກສາ, ສ້າງສາ ແລະພັດທະນາປະເທດຊາດ, ຄັດຄ້ານ ແລະຮຽກຮ້ອງຢຸດຕິນະໂຍບາຍປິດລ້ອມ, ຂວ້ຳບາດກູບາ.

leftcenterrightdel
ທ່ານນາງ ດັ້ງທິງອັກທິ້ງ ຮອງປະທານປະເທດຫວຽດນາມ ພົບປະກັບທ່ານ Raul Castro, ເລຂາຜູ້ທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດກູບາ. ພາບ: ສໍານັກຂ່າວສານຫວຽດນາມ.

ບັນດາການນໍາກູບາ ຢັ້ງຢືນເຄົາລົບນັບຖືຄວາມສາມັກຄີ ແລະການສະໜັບສະໜູນຂອງຫວຽດນາມ ທີ່ມີຕໍ່ການປະຕິວັດກູບາ, ເປັນຕົ້ນແມ່ນໃນໄລຍະປັດຈຸບັນ ເມື່ອກູບາກໍາລັງປະຕິບັດວິວັດການຮັບເອົາຮູບແບບເສດຖະກິດ-ສັງຄົມໃນສະພາບການພາກພື້ນ ແລະສາກົນມີການຜັນແປຢ່າງສັບສົນ; ເຫັນດີເປັນເອກະພາບສົມທົບກັນຜັນຂະຫຍາຍໝາກຜົນບັນດາການຢ້ຽມຢາມຂັ້ນສູງລະຫວ່າງສອງປະເທດໃນໄລຍະຫວ່າງແລ້ວນີ້, ນໍາການພົວພັນຮ່ວມມືໃນບັນດາຂົງເຂດເຂົ້າສູ່ລວງເລິກ, ປະກອບສ່ວນຢ່າງແທດຈິງເຂົ້າໃນການພັດທະນາຂອງຫວຽດນາມ ແລະກູບາ.

ໃນວັນດຽວກັນ, ທ່ານນາງ ດັ້ງທິງອັກທິ້ງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ  ກໍ່ໄປຢ້ຽມຢາມໂຄງການຮ່ວມມື ຫວຽດນາມ-ກູບາ ກ່ຽວກັບການຜະລິດເຂົ້າໄລຍະທີ 5 ຢູ່ແຂວງ Pinar del Rio.

ຕອນຄໍ່າວັນທີ 9 ກໍລະກົດ, ທ່ານນາງ ດັ້ງທິງອັກທິ້ງ ໄດ້ເຂົ້າຮ່ວມພິທີໄຂເຫດການ “ຊຸມວັນວັດທະນະທໍາຫວຽດນາມຢູ່ກູບາ” ໂດຍກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ສົມທົບກັບກະຊວງວັດທະນະທໍາກູບາ ແລະສະຖານທູດຫວຽດນາມ ປະຈໍາ ກູບາ ຈັດຕັ້ງ.

ໂດຍ: ທູຈາງ