ທີ່ການພົບປະກັບທ່ານ Amadou Gon Coulibaly ນາຍົກລັດຖະມົນຕີກົດດີວົວ, ທ່ານ ຫວໍວັນເຖືອງ ຖືວ່າການພົວພັນຫວຽດນາມ - ກົດດີວົວ ພວມຢູ່ໃນໄລຍະພັດທະນາອັນດີງາມ. ຕາງໜ້າການນໍາພັກ, ລັດ ແລະປະຊາຊົນຫວຽດນາມ, ທ່ານ ຫວໍວັນເຖືອງ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ກົດດີວົວ ທີ່ໄດ້ສະໜັບສະໜູນເລື່ອງຫວຽດນາມ ອອກສະໝັກເລືອກຕັ້ງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021.

leftcenterrightdel
ທ່ານ ຫວໍວັນເຖືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ພົບປະກັບທ່ານ Amadou Gon Coulibaly ນາຍົກລັດຖະມົນຕີກົດດີວົວ. ພາບ: tuyengiao.vn.

ທ່ານ ຫວໍວັນເຖືອງ ສະເໜີວ່າ ເພື່ອເພີ່ມທະວີການຮ່ວມມືດ້ານການຄ້າ, ການລົງທຶນສອງຝ່າຍຄວນຊຸກຍູ້ການລົງນາມໃນສັນຍາແມ່ວ່າດ້ວຍການຮ່ວມມື ແລະສ້າງຕັ້ງຄະນະກໍາມະການປະສົມ, ດໍາເນີນການເຈລະຈາ ແລະລົງນາມໃນສັນຍາສົ່ງເສີມ ແລະປົກປ້ອງການລົງທຶນ... ໂດຍໄວ.

leftcenterrightdel
ທ່ານ ຫວໍວັນເຖືອງ ແລກປ່ຽນກັບທ່ານ Amadou Gon Coulibaly ກ່ຽວກັບການຮ່ວມມືລະຫວ່າງສອງປະເທດ. ພາບ: tuyengiao.vn.

ທ່ານ Amadou Gon Coulibaly ຖືວ່າ ໂດຍແມ່ນສະມາຊິກຕັ້ງໜ້າຂອງສະຫະພັນອາຟະລິກາ (AU), ກົດດີວົວ ຈະເປັນຂົວຕໍ່ຊຸກຍູ້ການພົວພັນລະຫວ່າງຫວຽດນາມ ກັບອົງການຈັດຕັ້ງນີ້ ແລະປາດຖະໜາຢາກໃຫ້ຫວຽດນາມ ເພື່ອໜູນຊ່ວຍ ກົດດີວົວ ເປີດກວ້າງການຮ່ວມມືກັບອາຊຽນ.

* ທີ່ການພົບປະກັບທ່ານ Amadou Soumahoro ປະທານສະພາແຫ່ງຊາດກົດດີວົວ, ທ່ານ ຫວໍວັນເຖືອງ ໄດ້ສະເໜີວ່າ ສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຄະນະຜູ້ແທນຂັ້ນສູງ, ຊຸກຍູ້ບັນດາການເຄື່ອນໄຫວພົບປະແລກປ່ຽນມິດຕະພາບ, ແລກປ່ຽນບົດຮຽນ, ແບ່ງປັນຂໍ້ມູນຂ່າວສານ, ພ້ອມທັງສົມທົບກັນຕິດຕາມກວດກາການປະຕິບັດບັນດາຂໍ້ຕົກລົງຮ່ວມມື ເຊິ່ງລັດຖະບານສອງຝ່າຍໄດ້ລົງນາມ, ຊຸກຍູ້ການລົງນາມໃນບັນດາສັນຍາ ເຊິ່ງສອງປະເທດພວມແລກປ່ຽນໂດຍໄວ, ສ້າງເງື່ອນໄຂສະດວກກ່ຽວກັບກອບນິຕິກໍາ ເພື່ອຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ ແລະການລົງທຶນ.

leftcenterrightdel
ທ່ານ ຫວໍວັນເຖືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ພົບປະກັບທ່ານ Amadou Soumahoro ປະທານສະພາແຫ່ງຊາດກົດດີວົວ. ພາບ: tuyengiao.vn.

ທ່ານ Amadou Soumahoro ຕີລາຄາການພົວພັນດ້ານເສດຖະກິດລະຫວ່າງສອງປະເທດໄດ້ມີການເຕີບໂຕທີ່ດີແຕ່ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພີ່ມຂຶ້ນແຮງກວ່າອີກໃນໄລຍະຈະມາເຖິງ. ທ່ານ Amadou Soumahoro ປາດຖະໜາວ່າ, ຄຽງຄູ່ກັບການຮ່ວມມືດ້ານເສດຖະກິດ, ຫວຽດນາມ ແລະກົດດີວົວ ຈະເອົາໃຈໃສ່ເຖິງການຮ່ວມມືດ້ານວັດທະນະທໍາ, ໂທລະຄົມມະນາຄົມກວ່າອີກ ເພື່ອໃຫ້ປະຊາຊົນສອງປະເທດມີຄວາມເຂົ້າອົກເຂົ້າໃຈກັນ ແລະສະໜິດຕິດພັນກວ່າອີກ.

ໂດຍ: ທະນາພອນ