leftcenterrightdel
ທ່ານ ຈິ້ງດິ່ງຢູ້ງ ຮອງນາຍົກລັດຖະມົນຕີຫວຽດນາມ. ພາບ: Baoquocte.vn.

ການຢ້ຽມຢາມຂອງທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢູ້ງ ເພື່ອແນໃສ່ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນຂົງເຂດຕ່າງໆກວ່າອີກ, ໃນນັ້ນມີເສດຖະກິດ, ການລົງທຶນ, ແລກປ່ຽນບາງບັນຫາຢູ່ພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ຄາດວ່າ, ໃນເວລາຢ້ຽມຢາມຢູ່ ສປປ ລາວ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢູ້ງ ຈະພົບປະເຈລະຈາກັບທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີລາວ, ເຂົ້າຢ້ຽມຂໍ່ານັບ ແລະພົບປະກັບການນໍາຂັ້ນສູງຂອງລາວ ແລະມີການເຄື່ອນໄຫວຈໍານວນໜຶ່ງອີກດ້ວຍ.

ໂດຍ: ຈາງຫງວຽນ