ທ່ານ Raphaël Glémet, ພະນັກງານໂຄງການຂັ້ນສູງກ່ຽວກັບນໍ້າ ແລະດິນຖືກນໍ້າຖ້ວມປະຈຳ IUCN ຂອງອາຊີ ໃຫ້ຮູ້ວ່າ, ໃນຂັ້ນຕອນການກໍ່ສ້າງແຜນການຍຸດທະສາດຂອງ IBRRI, ທັງຫ້າປະເທດລ້ວນແຕ່ຖືວ່າ, ບັນດາການເຈລະຈານະໂຍບາຍພາກພື້ນແມ່ນລູກກະແຈ ເພື່ອສ້າງຕັ້ງບັນດານະໂຍບາຍດິນຖືກນ້ໍາຖ້ວມຢ່າງມີປະສິດທິຜົນ.

ການເຈລະຈາລະດັບພາກພື້ນຢູ່ບາງກອກ ໄດ້ຮັບການຈັດຕັ້ງຂຶ້ນພາຍຫຼັງການຕີລາຄາ 10 ຄັ້ງກ່ຽວກັບຄວາມເສຍຫາຍຍ້ອນການປ່ຽນແປງຂອງດິນຟ້າອາກາດໂດຍ IUCN ແລະບັນດາອົງການຈັດຕັ້ງຄູ່ຮ່ວມມືສັງກັດໂຄງການ WET Mekong ປະຕິບັດ ເພື່ອຍົກໃຫ້ເຫັນຢ່າງຈະແຈ້ງກ່ຽວກັບຜົນກະທົບຂອງການປ່ຽນແປງດິນຟ້າອາກາດຕໍ່ກັບເຂດດິນຖືກນໍ້າຖ້ວມຢູ່ພາກພື້ນ. ບັນດາການຕີລາຄາໄດ້ມີການເຂົ້າຮ່ວມຂອງສະມາຊິກປະຊາຄົມຫຼາຍຄົນ, ອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານຂັ້ນທ້ອງຖິ່ນ, ບັນດານັກຄຸ້ມຄອງເຂດດິນຖືກນໍ້າຖ້ວມ ເພື່ອວິໄຈບັນດາປະເພດຕ່າງໆ, ລະບົບນິເວດ ແລະຊ່ອງວ່າງປະຊາຄົມຕາມການຄາດຄະເນການປ່ຽນແປງດິນຟ້າອາກາດໃນອະນາຄົດ.

leftcenterrightdel
ພາບປະກອບ.

ການເຈລະຈານະໂຍບາຍພາກພື້ນກໍ່ໄດ້ສຸມໃສ່ເຂົ້າໃນການກໍານົດກາລະໂອກາດ ເພື່ອປະຕິບັດບັນດາການບໍລິການ ແລະການອະນຸລັກຮັກສາລະບົບນິເວດດິນຖືກນໍ້າຖ້ວມດ້ວຍບັນດານະໂຍບາຍດີກວ່າ ແລະໃຫ້ຄໍາໝັ້ນສັນຍາທີ່ກ່ຽວຂ້ອງເຖິງການປ່ຽນແປງຂອງດິນຟ້າອາກາດເປັນຢ່າງດີ. ພິເສດ, ເອົາໃຈໃສ່ເຖິງ SDG 13 ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດກໍ່ຄືບັນດາການປະກອບສ່ວນແຫ່ງຊາດທີ່ຕັດສິນໃຈເອງ (NDCs) ໄດ້ຮັບການພັດທະນາແມ່ນຄືສ່ວນໜຶ່ງຂອງຂໍ້ຕົກລົງ ປາຣີ.

ພາກພື້ນນີ້ມີບັນດາເຂດດິນຖ່ານຂີ້ຕົມ ແລະປ່າຢູ່ໃຕ້ນ້ຳເຄັມສໍາຄັນໃນທົ່ວໂລກ; ບັນດາສິ່ງແວດລ້ອມນີ້ບັນຈຸກາກບອນຫຼາຍກວ່າປ່າຢູ່ເທິງບົກ ແລະສໍາຄັນທີ່ສຸດໃຫ້ແກ່ການພັດທະນາບັນດາມາດຕະການຮັບມືທີ່ເໝາະສົມໂດຍອີງໃສ່ລະບົບນິເວດຕໍ່ກັບການປ່ຽນແປງຂອງດິນຟ້າອາກາດ. ຕາມຜູ້ຕາງໜ້າຂອງ ຫວຽດນາມ ແລ້ວ, ຜ່ານການເຈລະຈາ ຫວຽດນາມ ຮຽນຮູ້ໄດ້ຄວາມສໍາຄັນຂອງການປະມວນບັນດາເຂດດິນຖືກນໍ້າຖ້ວມເຂົ້າໃນບັນດານະໂຍບາຍທີ່ກ່ຽວຂ້ອງເຖິງການປ່ຽນແປງຂອງດິນຟ້າອາກາດ.

ໂດຍອີງໃສ່ໝາກຜົນຂອງການເຈລະຈາສາມາດຢັ້ງຢືນໄດ້ວ່າ, IBRRI ຄວນສືບຕໍ່ມີບັນດາການເຈລະຈາ ນະໂຍບາຍຢູ່ເຂດດິນຖືກນໍ້າຖ້ວມ ແລະແລກປ່ຽນສອງຝ່າຍ. ໂດຍຮັບຮູ້ວ່າ, ເອກະສານສະຫຼຸບຫຍໍ້ນະໂຍບາຍກ່ຽວກັບການປະມວນບັນດາເຂດດິນຖືກນໍ້າຖ້ວມເຂົ້າໃນນະໂຍບາຍການປ່ຽນແປງຂອງດິນຟ້າອາກາດຢູ່ຫ້າປະເທດກໍ່ຈະໄດ້ຄະນະເລຂາ IBRRI ປະຕິບັດການຮຽບຮຽງ ເພື່ອແນະນໍາບັນດາການກະທໍາຂອງຫ້າລັດຖະບານເປັນຢ່າງດີ.

ໂດຍ: ໄຊນີດາ