leftcenterrightdel
ທ່ານ ເວືອງດິ່ງເຫວ້ ຮອງນາຍົກລັດຖະມົນຕີຫວຽດນາມ ພົບປະເຈລະຈາກັບທ່ານຮອງປະທານາທິບໍດີມຽນມາ. ພາບ:vov.vn.

ໃນຂອບເຂດການຢ້ຽມຢາມ, ວັນທີ 17 ມິຖຸນາ, ທ່ານ ເວືອງດິ່ງເຫວ້ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ພົບປະເຈລະຈາກັບທ່ານ Myint Swe ຮອງປະທານາທິບໍດີມຽນມາ.

ທີ່ການພົບປະເຈລະຈາ, ທ່ານ Myint Swe ຢັ້ງຢືນວ່າການຢ້ຽມຢາມຄັ້ງນີ້ຈະປະກອບສ່ວນປັບປຸງການພົວພັນມິດຕະພາບ ແລະຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ. ທ່ານ ເວືອງດິ່ງເຫວ້ ເນັ້ນໜັກວ່າ, ຫວຽດນາມ ຖືເປັນສໍາຄັນທີ່ສຸດ ແລະປາດຖະໜາຢາກພັດທະນາການພົວພັນກັບມຽນມາ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ການຮ່ວມມື ແລະພັດທະນາຂອງອາຊຽນ ຢ່າງບໍ່ຢຸດຢັ້ງ. ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະພົບປະຂັ້ນສູງໃນໄລຍະຈະມາເຖິງ. ສອງຝ່າຍກໍ່ຕີລາຄາການຮັກສາບັນດາກົນໄກຮ່ວມມືສອງຝ່າຍຢ່າງສະໝ່ຳສະເໝີ, ໃນນັ້ນມີການຈັດຕັ້ງສໍາເລັດກອງປະຊຸມຄັ້ງທີ 9 ຄະນະກໍາມະການປະສົມກ່ຽວກັບການຮ່ວມມືສອງຝ່າຍຂອງສອງປະເທດຢູ່ ຮ່າໂນ້ຍ ໃນເດືອນ ມີນາ ຜ່ານມາ…

leftcenterrightdel
ທ່ານ ເວືອງດິ່ງເຫວ້ ຮອງນາຍົກລັດຖະມົນຕີຫວຽດນາມ ເຂົ້າຢ້ຽມຂໍ່ານັບທ່ານນາງ Aung San Suu Kyi ທີ່ປຶກສາແຫ່ງລັດມຽນມາ. ພາບ: vov.vn.

ໃນຂອບເຂດການຢ້ຽມຢາມ ມຽນມາ, ຕອນບ່າຍວັນທີ 17 ມິຖຸນາ, ທ່ານ ເວືອງດິ່ງເຫວ້ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ເຂົ້າຢ້ຽມຂໍ່ານັບທ່ານນາງ Aung San Suu Kyi ທີ່ປຶກສາແຫ່ງລັດມຽນມາ.

ໂດຍ: ກວຽດເຕິມ