ທ່ານນາງຮອງປະທານສະພາແຫ່ງຊາດ ໄດ້ເຊີດຊູຈິດໃຈຜ່ານຜ່າຄວາມຫຍຸ້ງຍາກ, ຄວາມມານະພະຍາຍາມບືນຕົວຂຶ້ນຂອງອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນໃນແຂວງ. ຈາກນັ້ນເຮັດໃຫ້ແຂວງນິງທ້ວນ ບັນລຸໄດ້ບັນດາໝາກຜົນຕັ້ງໜ້າຕາມເປົ້າໝາຍຂອງມະຕິ ເຊິ່ງຄະນະພັກແຂວງໄດ້ວາງອອກ, ເປັນຕົ້ນແມ່ນເລື່ອງຍູ້ແຮງການປະຕິຮູບການບໍລິຫານ, ດຶງດູດການລົງທຶນ…

leftcenterrightdel
ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໊ອງ ເຮັດວຽກກັບແຂວງນິງທ້ວນ. ພາບ: dangcongsan.vn.

ກ່ອນໜ້ານັ້ນ, ເມື່ອລົງຢ້ຽມຢາມອຳນາດການປົກຄອງ ແລະປະຊາຊົນຕາແສງບິ່ງເຟືອກ, ເມືອງນິງເຟືອກ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໊ອງ ປາດຖະໜາວ່າ ເມືອງນິງທ້ວນຈະບັນລຸ້ໄດ້ເປົ້າໝາຍກາຍເປັນເມືອງຊົນນະບົດໃໝ່ທຳອິດຂອງແຂວງນິງທ້ວນ ໂດຍໄວ. ເນື່ອງໃນໂອກາດນີ້, ທ່ານນາງ ຕ່ອງທິຟ໊ອງ ໄດ້ມອບຂອງຂວັນ 20 ພູດ ໃຫ້ແກ່ບັນດາຄອບຄົວຊົນເຜົ່າຈຳ ແລະ Raglai ທີ່ດີເດັ່ນໃນບໍລິເວນຕາແສງເຟືອກຮືວ, ເມືອງນິງເຟືອກ.

ແຫຼ່ງຄັດຈາກ: vovworld.vn