ພາຍຫຼັງ 25 ປີ, ການພົວພັນ ຫວຽດນາມ-ລັດເຊຍ ໄດ້ຍົກຂຶ້ນສູ່ລະດັບສູງໃໝ່, ດ້ວຍການຮ່ວມມືໄດ້ຮັບການປັບປຸງ ແລະເພີ່ມທະວີໃນທຸກຂົງເຂດ ຄື: ການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການສຶກສາ ແລະກໍ່ສ້າງ, ວິທະຍາສາດ ແລະເຕັກໂນໂລຢີ, ວັດທະນະທໍາ ແລະການທ່ອງທ່ຽວ… ຢ່າງບໍ່ຢຸດຢັ້ງ.

leftcenterrightdel
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະທ່ານ Vladimir Putin ປະທານາທິບໍດີສະຫະພັນລັດເຊຍ. ພາບ: ສໍານັກຂ່າວສານຫວຽດນາມ.

ສອງຝ່າຍສະແດງຄວາມເຊື່ອໝັ້ນວ່າການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ລັດເຊຍ ນັບມື້ນັບພັດທະນາ ແລະເຂົ້າສູ່ລວງເລິກ, ເພື່ອຜົນປະໂຫຍດລວມຂອງສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາໃນພາກພື້ນ ແລະໃນໂລກ.

ໂດຍ: ຈາງຫງວຽນ