leftcenterrightdel
ທ່ານນາງ ດ້ັງທິງອັກທິ້ງ ຮອງປະທານປະເທດຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ທູຮ່າ.

ກອງປະຊຸມດ່ັງກ່າວກໍ່ດຶງດູດຄວາມສົນໃຈ ແລະເຂົ້າຮ່ວມຂອງການນໍາຢູ່ພາກພື້ນຫຼາຍທ່ານ... ບັນດາການນໍາລ້ວນແຕ່ໄດ້ເຫັນດີເປັນເອກະພາບວ່າບັນດາປະເທດສະມາຊິກ CICA ຄວນມານະພະຍາຍາມຊຸກຍູ້ການເຈລະຈາ ແລະການຮ່ວມມືບົນພື້ນຖານໄວ້ເນື້ອເຊື່ອໃຈ, ເຄົາລົບເຊິ່ງກັນ ແລະກັນ ແລະເຄົາລົບບັນດາຫຼັກການຂອງກົດໝາຍສາກົນ, ກົດບັດສະຫະປະຊາຊາດ ເພື່ອຊອກຫາບັນດາມາດຕະການຕໍ່ກັບບັນດາສິ່ງທ້າທາຍຄວາມໝັ້ນຄົງແບບເກົ່າ ແລະແບບໃໝ່, ຍູ້ແຮງການເຊື່ອມໂຍງລະຫວ່າງພາກພື້ນ, ມຸ່ງໄປເຖິງ ອາຊີທີ່ໄວ້ເນື້ອເຊື່ອໃຈ, ເຂົ້າໃຈເຊິ່ງກັນ ແລະກັນ, ຮ່ວມມືພ້ອມກັນພັດທະນາແບບຍືນຍົງ ແລະວັດທະນາຖາວອນ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາງ ດ້ັງທິງອັກທິ້ງ ຢັ້ງຢືນວ່າ, ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນຖືເປັນສໍໍາຄັນສັນຕິພາບ, ການຮ່ວມມື ແລະພັດທະນາ, ການເຊື່ອມໂຍງເຂົ້າກັບສາກົນ, ຕັ້ງໜ້າເຂົ້າຮ່ວມ ແລະປະກອບສ່ວນຢ່າງມີຄວາມຮັບຜິດຊອບເຂົ້າໃນວຽກງານລວມຂອງປະຊາຄົມສາກົນ, ກໍ່ສ້າງ ແລະສ້າງບັນດາກົນໄກຫຼາຍຝ່າຍຢູ່ລະດັບພາກພື້ນ ແລະທົ່ວໂລກບົນຫຼັກການສະເໝີພາບ, ໂປ່ງໃສ ແລະອີງໃສ່ກົດໝາຍ...

ໂດຍ: ໄຊນີດາ