ທ່ານ ຫງວຽນທ້ຽນເຍິນ ເນັ້ນໜັກວ່າ, ດ້ວຍບັນດາທິດນໍາກັບການສັງເກດເບິ່ງວຽກງານການໜູນຊ່ວຍ ແລະຮ່ວມມືທີ່ມີປະສິດທິຜົນກັບນະຄອນຫຼວງວຽງຈັນ, ຄື “ຄໍາສັ່ງຈາກຫົວໃຈ”, ນະຄອນໂຮ່ຈີມິນ ຍາມໃດກໍ່ມານະພະຍາຍາມຈົນສຸດຄວາມສາມາດ ເພື່ອນໍາບັນດາກິດຈະການ, ໂຄງການຮ່ວມມືໃຫ້ນັບມື້ນັບກ້າວເຂົ້າສູ່ຢ່າງລວງເລິກ, ປະກອບສ່ວນແທດຈິງເຂົ້າໃນການພັດທະນາຢ່າງແຮງ ແລະບໍ່ຢຸດຢັ້ງຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄວາມສາມັກຄີແບບພິເສດສອງປະເທດ.

leftcenterrightdel
ທ່ານ ຫງວຽນທ້ຽນເຍິນ ກ່າວຄໍາເຫັນທີ່ການພົບປະເຈລະຈາ. ພາບ: ຫວຽດຢູງ.

ສ່ວນທ່ານ ສີນລະວົງ ຄຸດໄພທູນ ກຳມະການກົມການເມືອງ, ເລຂາພັກນະຄອນ, ເຈົ້າຄອງນະຄອນຫຼວງວຽງຈັນ ກໍ່ໃຫ້ຮູ້ວ່າ ການຢ້ຽມຢາມ ແລະເຮັດວຽກຂອງຄະນະຄັ້ງນີ້ແມ່ນເພື່ອແນໃສ່ຮໍ່າຮຽນ, ຄົ້ນຄວ້າບົດຮຽນຕ່າງໆຂອງນະຄອນໂຮ່ຈີມິນ ໃນວຽກງານກໍ່ສ້າງພັກ, ພັດທະນາໜ່ວຍພັກໃນວິສາຫະກິດພາກເອກະຊົນ.

ທີ່ການພົບປະເຈລະຈາ, ການນໍາສອງຝ່າຍໄດ້ຕີລາຄາສູງຜົນການປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງນະຄອນໂຮ່ຈີມິນ ແລະນະຄອນຫຼວງວຽງຈັນ ທີ່ໄດ້ລົງນາມໃນປີ 2017 ແລະສະເໜີການເຄື່ອນໄຫວຮ່ວມມືຕ່າງໆໃນໄລຍະຈະມາເຖິງ. ຜ່ານນັ້ນ, ສອງຝ່າຍກໍ່ເຫັນດີເປັນເອກະພາບຮັກສາການເຄື່ອນໄຫວແລກປ່ຽນຄະນະທຸກຂັ້ນ, ຍູ້ໄວຄວາມຄືບໜ້າໃນການປະຕິບັດສອງໂຄງການການເງິນ-ພາສີອາກອນ, ເປີດກວ້າງບັນດາການເຄື່ອນໄຫວສົ່ງເສີມການລົງທຶນ-ການຄ້າ; ເພີ່ມທະວີການສົມທົບກັນໃນຂົງເຂດກະສິກໍາ ແລະພັດທະນາຊົນນະບົດ.

ໂດຍ: ເກື່ອງດັ້ງ