leftcenterrightdel
ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ກ່າວຄໍາເຫັນທີ່ ນິວຢອກ, ອາເມລິກາ. ພາບ: THX/TTXVN

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ດິງຍໍຮືງ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ຢັ້ງຢືນເຖິງຄໍາໝັ້ນສັນຍາຂອງຫວຽດນາມ ແມ່ນຜັນຂະຫຍາຍ CRPD  ທັງຢູ່ລະດັບຊາດ, ພາກພື້ນ ແລະທົ່ວໂລກຢ່າງມີປະສິດທິຜົນ, ມຸ່ງໄປເຖິງເປົ້າໝາຍ “ບໍ່ມີໃຜຖືກປະໄວ້ຢູ່ທາງຫຼັງ”. ທ່ານ ດິງຍໍຮືງ ໄດ້ແຈ້ງໃຫ້ຊາບວ່າ, ຫວຽດນາມ ຫາກໍ່ປະຕິບັດການສໍາຫຼວດລະດັບຊາດສຳລັບການນໍາໃຊ້ບັນດາມາດຕະຖານສາກົນກ່ຽວກັບຄົນພິການຄັ້ງທໍາອິດສໍາເລັດ. ບັນດາຜົນການສໍາຫຼວດກ່ຽວກັບສະພາບຄົນພິການ, ເງື່ອນໄຂເສດຖະກິດ, ສັງຄົມຂອງຄົນພິການ ຈະແມ່ນພື້ນຖານສໍາຄັນເພື່ອໃຫ້ຫວຽດນາມ ສ້າງນະໂຍບາຍ, ໂຄງການລົບລ້າງບັນດາຮົ້ວກີດຂວາງ, ເພີ່ມທະວີການເຂົ້າຮ່ວມ ແລະຍົກສູງຄຸນນະພາບຊີວິກການເປັນຢູ່ໃຫ້ແກ່ຄົນພິການ.

ໂດຍ: ໄຊຊະນະ