ກ່າວຄໍາເຫັນທີ່ພິທີ, ທ່ານ ຫງວຽນຊວນຟຸກ ຕີລາຄາສູງຄວາມມານະພະຍາຍາມຂອງຖັນແຖວຜູ້ບັນຊາ, ພະນັກງານ, ວິສະວະກອນ, ກໍາມະກອນ, ຜູ້ອອກແຮງງານຢູ່ໂຮງງານລົດໂອໂຕ VinFast. ທ່ານນາຍົກລັດຖະມົນຕີ ຖືວ່າ, ຄວາມວ່ອງໄວໃນການກໍ່ສ້າງໂຮງງານລົດໂອໂຕ VinFast ໄດ້ສະແດງໃຫ້ເຫັນຄວາມມຸ້ງຫວັງອັນໃຫຍ່ຫຼວງຂອງບັນດາຜູ້ທີ່ໄດ້ “ຮ່ວມແຮງຮ່ວມໃຈ” ປະກອບພູມປັນຍາເພື່ອສ້າງເປັນໂຄງການອັນມະຫັດສະຈັນຂອງຂະແໜງລົດໂອໂຕຫວຽດນາມ ກໍຄືໃນໂລກ”. ໝາກຜົນນີ້ບໍ່ພຽງແຕ່ພິສູດໃຫ້ເຫັນວ່າ ຊາວຫວຽດນາມ ສາມາດເຮັດໄດ້ບັນດາສິ່ງທີ່ໂລກເຮັດໄດ້, ສໍາຄັນ ແລະແທດຈິງກວ່າ ແມ່ນປະກອບສ່ວນເຂົ້າໃນບັນດາໝາກຜົນເສດຖະກິດ - ສັງຄົມຂອງທ້ອງຖິ່ນ ແລະປະເທດຊາດ, ມຸ່ງໄປສູ່ເປົ້າໝາຍສ້າງສາປະເທດໃຫ້ມີຄວາມຮັ່ງມີ ພໍສົມຄວນໃນປີ 2045.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະບັນດາຜູ້ແທນຕັດແຖບຜ້າເປີດສະຫຼອງໂຮງງານຜະລິດລົດໂອໂຕ VinFast.  ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ, VinFast ຄວນເປັນເຈົ້າການໃນການຮ່ວມສໍາພັນ, ຮ່ວມມືກັບບັນດາຜູ້ຜະລິດລົດໂອໂຕຫວຽດນາມ ເພື່ອບັນລຸລະດັບເຕີບໂຕແຮງ, ເພີ່ມກໍາລັງແຮງ, ພ້ອມກັນມຸ່ງໄປເຖິງເປົ້າໝາຍສ້າງຖານະບົດບາດທີ່ໝັ້ນຄົງຢູ່ຕະຫຼາດພາຍໃນ ແລະນໍາຂະແໜງລົດໂອໂຕຫວຽດນາມ ອອກສູ່ພາກພື້ນ ແລະໃນໂລກ ໂດຍໄວ...

ໂດຍ: ໄຊຊະນະ