ທ່ານ ຫງວຽນຊວນຟຸກ ຕີລາຄາສູງບົດບາດ ແລະບັນດາການປະກອບສ່ວນສໍາຄັນຂອງທ່ານນາງ Marise Payne  ໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອົດສະຕາລີ ພັດທະນາຢ່າງດີງາມໃນຊຸມປີຜ່ານມາ. ທ່ານ ຫງວຽນຊວນຟຸກ ສະເໜີສອງຝ່າຍກວດກາ, ສະຫຼຸບການປະຕິບັດໂຄງການດໍາເນີນງານ ຫວຽດນາມ - ອົດສະຕາລີ ໄລຍະ 2016-2019 ໂດຍໄວ ແລະດໍາເນີນການກໍ່ສ້າງໂຄງການດໍາເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ ໄລຍະຕໍ່ໄປດ້ວຍບັນດາເປົ້າໝາຍ, ວິທີການລະອຽດເພື່ອແນໃສ່ເຮັດໃຫ້ການຮ່ວມມືໃນທຸກຂົງເຂດເລິກເຊິ່ງກວ່າອີກ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານນາງ Marise Payne ລັດຖະມົນຕີການຕ່າງປະເທດ ອົດສະຕາລີ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫງວຽນຊວນຟຸກ ຕີລາຄາສູງການຮ່ວມມື, ສົມທົບກັນຢ່າງມີປະສິດທິຜົນລະຫວ່າງສອງປະເທດທີ່ບັນດາເວທີປາໄສພາກພື້ນ ແລະສາກົນ, ໂດຍສະເພາະແມ່ນສະຫະປະຊາຊາດ, ຄູ່ຮ່ວມມື ອາຊຽນ - ອົດສະຕາລີ ແລະບັນດາກົນໄກອາຊຽນ ເປີດກວ້າງ, APEC...; ພ້ອມທັງປາດຖະໜາວ່າ ອົດສະຕາລີ ສືບຕໍ່ສະໜັບສະໜູນ ແລະສົມທົບກັນຢ່າງແໜ້ນແຟ້ນໃນໄລຍະຈະມາເຖິງ. ພິເສດໃນວິວັດການ ຫວຽດນາມ ດໍາລົງຕໍາແໜ່ງເປັນກໍາມະການບໍ່ປະຈໍາການ ສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021 ແລະປະທານອາຊຽນ ໃນປີ 2020. ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ, ຫວຽດນາມ ຕີລາຄາສູງຫຼັກໝັ້ນຂອງອົດສະຕາລີ ແລະປາດຖະໜາວ່າ ອົດສະຕາລີ ສືບຕໍ່ມີທັດສະນະຢ່າງແຂງແຮງ, ສະໜັບສະໜູນຫຼັກໝັ້ນຂອງອາຊຽນ ແລະຫວຽດນາມ ໃນບັນຫາທະເລຕາເວັນອອກ ດ້ວຍຈິດໃຈສັນຕິພາບ, ມິດຕະພາບ, ຄວາມເສລີໃນການເດີນທະເລ, ການບິນ, ເຄົາລົບກົດໝາຍສາກົນ.

ທ່ານນາງ Marise Payne  ຢັ້ງຢືນວ່າຈະສືບຕໍ່ມານະພະຍາຍາມຊຸກຍູ້ການພົວພັນລະຫວ່າງສອງປະເທດ. ພ້ອມທັງອວຍພອນ ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນກໍາມະການບໍ່ປະຈໍໍາການ ສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021, ທ່ານນາງ Marise Payne ຢັ້ງຢືນວ່າ ອົດສະຕາລີ ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ໃນການປະຕິບັດບັນດາບຸລິມະສິດພັດທະນາຂອງຕົນ ຄື: ພື້ນຖານໂຄງລ່າງ, ຄວາມສາມາດດ້ານເຕັກນິກດີຈີຕອນ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ; ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບຫວຽດນາມ ໃນບັນຫາທະເລຕາເວັນອອກ ເພື່ອຮັບປະກັນໃຫ້ພາກພື້ນມີສະຖຽນລະພາບ, ສັນຕິພາບ ແລະວັດທະນາຖາວອນ.

ໃນມື້ດຽວກັນ, ທີ່ສໍານັັກງານສູນກາງພັກ, ທ່ານ ຫງວຽນວັນບິ່ງ ເລຂາທິການສູນກາງພັກ, ຫົວໜ້າຄະນະເສດຖະກິດສູນກາງ ກໍ່ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີ Marise Payne ເຊັ່ນດຽວກັນ.

ໂດຍ: ໄຊຊະນະ