ທີ່ການພົບປະເຈລະຈາ, ລັດຖະມົນຕີກະຊວງການຕ່າງປະເທດສອງທ່ານໄດ້ເຫັນດີເປັນເອກະພາບສົມທົບກັນຮັກສາການແລກປ່ຽນຄະນະຜູ້ແທນ ແລະການພົບປະຂັ້ນສູງໃນໄລຍະຈະມາເຖິງ, ຕັ້ງໜ້າຜັນຂະຫຍາຍ ແລະເສີມຂະຫຍາຍ 19 ກົນໄກການຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ, ພິເສດແມ່ນບັນດາການພົບປະປະຈໍາປີລະຫວ່າງສອງລັດຖະມົນຕີກະຊວງການຕ່າງປະເທດ, ສອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະຈັດຕັ້ງກອງປະຊຸມຄູ່ຮ່ວມມືເສດຖະກິດຂັ້ນລັດຖະມົນຕີຄັ້ງທີ 1 ໃນປີນີ້ໂດຍໄວ.

leftcenterrightdel
ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະທ່ານນາງ Marise Payne ລັດຖະມົນຕີກະຊວງການຕ່າງປະເທດອົດສະຕາລີ. ພາບ: baoquocte.vn.

ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການຮ່ວມມືກ່ຽວກັບຄວາມໝັ້ນຄົງໃນການເດີນທະເລ, ຕ້ານ ແລະສະກັດກັ້ນອາດຊະຍາກໍາຂ້າມຊາດ, ອາດຊະຍາກໍາຢາເສບຕິດ... ພ້ອມທັງຍູ້ແຮງການຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຕ່ລະປະເທດ ເພື່ອເຮັດໃຫ້ການພົວພັນດ້ານເສດຖະກິດ ເລິກເຊິ່ງກວ່າອີກ, ພ້ອມກັບການເສີມຂະຫຍາຍບັນດາຂໍ້ຕົກລົງການຄ້າຫຼາຍຝ່າຍ ເຊິ່ງທັງສອງຝ່າຍເປັນສະມາຊິກຢ່າງມີປະສິດທິຜົນ, ໃນນັ້ນມີສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP).

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: baoquocte.vn.

ທ່ານນາງ Marise Payne ສະແດງຄວາມຍິນດີກັບຫວຽດນາມ ທີ່ໄດ້ຮັບການເລືອກຕັ້ງເປັນກໍາມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021 ດ້ວຍຈຳນວນບັດສະໜັບສະໜູນສູງ; ເນັ້ນໜັກວ່າ ອົດສະຕາລີ ຕີລາຄາສູງບົດບາດຂອງຫວຽດນາມ ຢູ່ພາກພື້ນ ແລະໃນອາຊຽນ, ສະໜັບສະໜູນຢ່າງແຮງບົດບາດເປັນໃຈກາງຂອງອາຊຽນໃນໂຄງປະກອບພາກພື້ນທີ່ພວມເປັນຮູບເປັນຮ່າງ; ຢືນຢັນຄວາມເຊື່ອໝັ້ນຢ່າງແນ່ນອນວ່າ ຫວຽດນາມ ຈະດໍາລົງຕໍາແໜ່ງທີ່ສະພາຄວາມໝັ້ນຄົງ ສປຊ ກໍ່ຄືຖານະຕຳແໜ່ງເປັນປະທານອາຊຽນ ໃນປີ 2020 ສຳເລັດຜົນ.

ໂດຍ: ເຈິ່ນຮວ່ຽນ