ທີ່ການຕ້ອນຮັບ, ທ່ານ Vojtech Filip ສະແດງຄວາມຍິນດີກັບຫວຽດນາມ ທີ່ຫາກໍ່ໄດ້ເລືອກຕັ້ງເປັນກໍາມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ດ້ວຍຈໍານວນບັດສະໜັບສະໜູນສູງ; ພ້ອມທັງແຈ້ງໃຫ້ທ່ານ ເຈິ່ນກ໊ວກເວື້ອງ ຮັບຊາບກ່ຽວກັບໝາກຜົນອັນດີງາມໃນການພົບປະເຈລະຈາກັບການນໍາສະພາແຫ່ງຊາດ, ບັນດາການເຮັດວຽກກັບກະຊວງ, ຂະແໜງການຕ່າງໆຂອງ ຫວຽດນາມ; ຢັ້ງຢືນວ່າສະພາຕໍ່າເຊັກ ແລະພັກກອມມູນິດ ເຊັກ - Morava ຍາມໃດກໍຖືເປັນສໍາຄັນ ແລະສະໜັບສະໜູນແຜນນະໂຍບາຍຂອງການນໍາ ເຊັກ ໃນການເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອກັບຫວຽດນາມ ແລະໃນໄລຍະຈະມາເຖິງຈະມານະພະຍາຍາມໃຫ້ຫຼາຍກວ່າອີກ ເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ໃຫ້ນັບມື້ນັບສະໜິດຕິດພັນ ແລະໄວ້ເນື້ອເຊື່ອໃຈກວ່າ.

leftcenterrightdel
ທ່ານ ເຈິ່ນກ໊ວກເວື້ອງ, ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການ ຕ້ອນຮັບທ່ານ Vojtech Filip, ຮອງປະທານສະພາຕໍ່າ ສ.ເຊັກ, ປະທານພັກກອມມູນິດ ເຊັກ - Morava. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ເຈິ່ນກ໊ວກເວື້ອງ ຢັ້ງຢືນວ່າ ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍຖືເປັນສໍາຄັນການພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືອັນດີງາມກັບ ສ.ເຊັກ; ພ້ອມທັງຕີລາຄາສູງການພົວພັນລະຫວ່າງສະພາແຫ່ງຊາດຫວຽດນາມ ແລະສະພາຕໍ່າ ເຊັກ ກໍຄືການພົວພັນລະຫວ່າງພັກກອມມູນິດຫວຽດນາມ ແລະພັກກອມມູນິດ ເຊັກ - Morava. ທ່ານ ເຈິ່ນກ໊ວກເວື້ອງ ສະແດງຄວາມປາດຖະໜາວ່າບັນດາອົງການນິຕິບັນຍັດສອງປະເທດ ແລະສອງພັກ ຈະສືບຕໍ່ແລກປ່ຽນຄະນະ, ແບ່ງປັນບົດຮຽນວຽກງານນິຕິບັນຍັດ ແລະວຽກງານກໍ່ສ້າງພັກເພື່ອຊຸກຍູ້ການພົວພັນຮ່ວມມືທີ່ເປັນມູນເຊື້ອລະຫວ່າງສອງພັກ, ປະກອບສ່ວນປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືລະຫວ່າງຫວຽດນາມ ແລະສ.ເຊັກ ໃນບັນດາຂົງເຂດ, ພິເສດແມ່ນຖືເປັນສໍາຄັນການເພີ່ມທະວີການຮ່ວມມືໃນຂົງເຂດເສດຖະກິດໃຫ້ສົມກັບຄວາມສາມາດບົ່ມຊ້ອນຂອງສອງປະເທດ.

ໂດຍ: ໄຊຊະນະ