ທີ່ການຕ້ອນຮັບ, ທ່ານ ຫງວຽນຊວນຟຸກ ສະເໜີ ຫວຽດນາມ ແລະຕີມໍ-ແລສເຕ ຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ, ໄປຄຽງຄູ່ກັບການສ້າງຕັ້ງບັນດາກົນໄກເພີ່ມທະວີປະສິດທິຜົນໃນການຮ່ວມມືສອງຝ່າຍໃນບັນດາຂົງເຂດ: ການລົງທຶນ, ການຄ້າ ເຊິ່ງປັດຈຸບັນຍັງຢູ່ໃນລະດັບຕໍ່າໃນສະພາບທີ່ຄວາມສາມາດບົ່ມຊ້ອນຂອງສອງປະເທດຍັງໃຫຍ່ຫຼວງຢູ່. ທ່ານນາຍົກລັດຖະມົນຕີ ສະແດງຄວາມປາດຖະໜາຢາກໃຫ້ສອງຝ່າຍຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນຫຼາຍກວ່າອີກເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Dionisio Babo Soares ລັດຖະມົນຕີການຕ່າງປະເທດ ແລະຮ່ວມມື ຕີມໍ-ແລສເຕ. ພາບ: ສໍານັກຂ່າວສານຫວຽດນາມ.

ພ້ອມກັນນັ້ນ, ສອງຝ່າຍກໍ່ຄວນສ້າງຕັ້ງ ແລະຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍໂດຍໄວ ເພື່ອສ້າງເວທີປາໄສເພື່ອໃຫ້ບັນດາກະຊວງ, ຂະແໜງການ, ອົງການທີ່ກ່ຽວຂ້ອງແລກປ່ຽນ, ປຶກສາຫາລື, ຊອກຫາໂອກາດຊຸກຍູ້ການຮ່ວມມື; ພິຈາລະນາເຊັນສັນຍາສະບັບໃໝ່, ອະນຸມັດຜ່ານ ຫຼືຕໍ່ກຳນົດເວລາໃຫ້ບັນດາສັນຍາ, ຂໍ້ຕົກລົງສອງຝ່າຍເພື່ອເປັນພື້ນຖານໃຫ້ແກ່ການຮ່ວມມື, ໃນນັ້ນມີສັນຍາປົກປ້ອງການລົງທຶນສອງຝ່າຍ, ສັນຍາການຄ້າສອງຝ່າຍ...

ທ່ານນາຍົກລັດຖະມົນຕີ ກໍ່ສະແດງຄວາມປາດຖະໜາວ່າ ຕີມໍ-ແລສເຕ ສືບຕໍ່ເອົາໃຈໃສ່ສ້າງເງື່ອນໄຂເພື່ອໃຫ້ປະຊາຄົມຊາວຫວຽດນາມ, ບັນດາວິສາຫະກິດຫວຽດນາມ ທີ່ພວມດໍາລົງຊີວິດ, ດໍາເນີນທຸລະກິດຢູ່ ຕີມໍ-ແລສເຕ ເຊື່ອມໂຍງ, ປະກອບສ່ວນຕັ້ງໜ້າເຂົ້າໃນການພັດທະນາຂອງ ຕີມໍ-ແລສເຕ ກໍ່ຄືການພົວພັນສອງປະເທດ.

ກ່ອນໜ້ານັ້ນ, ຕອນເຊົ້າວັນດຽວກັນ, ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມີການພົບປະເຈລາຈາກັບທ່ານລັດຖະມົນຕີ Dionisio Babo Soares. ທີ່ການເຈລະຈາ, ສອງຝ່າຍເຫັນດີເປັນເອກະສັນຈະຊຸກຍູ້ການຮ່ວມມືດ້ານເສດຖະກິດ-ການຄ້າກວ່າອີກ, ພິເສດຜ່ານການສົ່ງເສີມ, ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດສອງຝ່າຍສໍາຜັດ, ຊອກຫາໂອກາດຮ່ວມມືຢູ່ຕະຫຼາດຂອງກັນ.

ໂດຍ: ໄຊຊະນະ