ກ່ອນອື່ນໝົດ, ຕາງໜ້າພັກ, ລັດ ແລະປະຊາຊົນຫວຽດນາມ, ຂ້າພະເຈົ້າຂໍສົ່ງຄໍາຂອບໃຈຢ່າງຈິງໃຈເຖິງບັນດາປະເທດສະມາຊິກ ສປຊ ທີ່ໄດ້ສະໜັບສະໜູນ, ໄວ້ວາງໃຈເລືອກຕັ້ງຫວຽດນາມ ດໍາລົງຕໍາແໜ່ງນີ້ເປັນຄັ້ງທີ 2. ນີ້ແມ່ນຄວາມຮັບຮູ້ສໍາຄັນ ແລະຕີລາຄາສູງຈາກປະຊາຄົມສາກົນຕໍ່ກັບບົດບາດ ແລະການປະກອບສ່ວນຂອງຫວຽດນາມເຂົ້າວຽກງານສາກົນ ແລະພາກພື້ນ; ສະແດງໃຫ້ເຫັນຖານະບົດບາດຂອງຫວຽດນາມ ນັບມື້ນັບໄດ້ຮັບການຍົກສູງຂຶ້ນໃນເວທີສາກົນ.

leftcenterrightdel
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ຫວຽດນາມ ໄດ້ເປັນສະມາຊິກບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ແມ່ນຄວາມເປັນກຽດອັນຍິ່ງໃຫຍ່, ເປັນການຢັ້ງຢືນແນວທາງການພົວພັນຕ່າງປະເທດຂອງພັກ ແລະລັດຫວຽດນາມ ຢ່າງຖືກຕ້ອງ, ແຕ່ກໍ່ແມ່ນຄວາມຮັບຜິດຊອບອັນໜັກໜ່ວງທີ່ສຸດ, ຮຽກຮ້ອງໃຫ້ພວກເຮົາຕ້ອງມານະພະຍາຍາມເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອປະຕິບັດສໍາເລັດໜ້າທີ່ສໍາຄັນເຊິ່ງປະຊາຄົມສາກົນມອບໝາຍໃຫ້. ຫວຽດນາມ ໄດ້ ແລະຈະສືບຕໍ່ປະຕິບັດຢ່າງສະເໝີຕົ້ນສະເໝີປາຍແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນການຕ່າງປະເທດເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ, ເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ; ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ; ຊຸກຍູ້ການປະຕິບັດກົດບັດ ສປຊ ແລະກົດໝາຍສາກົນ, ຕັ້ງໜ້າປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງປະຊາຄົມສາກົນ ເພື່ອສັນຕິພາບ, ການຮ່ວມມື ແລະການພັດທະນາ.

ດ້ວຍຄວາມຕັດສິນໃຈໃໝ່, ບັນຍາກາດ ແລະຈິດໃຈໃໝ່, ດ້ວຍຄວາມເຊື່ອໝັ້ນຢ່າງເລິກເຊິ່ງຕໍ່ກໍາລັງແຮງ, ເຈດຈຳນົງຂອງທົ່ວພັກ, ທົ່ວປວງຊົນ, ດ້ວຍຄວາມມານະພະຍາຍາມ ແລະການສົມທົບຢ່າງມີປະສິດທິຜົນຂອງທຸກຂັ້ນ, ທຸກກະຊວງ, ຂະແໜງການ ແລະການສະໜັບສະໜູນຂອງປະຊາຊົນ, ພວກເຮົາເຊື່ອໝັ້ນຢ່າງແນ່ວແນ່ວ່າ, ຫວຽດນາມ ຈະດໍາລົງຕໍາແໜ່ງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ປະສົບຜົນສຳເລັດ, ສົມເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ເພື່ອສັນຕິພາບແບບຍືນຍົງ.

ໂດຍ: ເຈິ່ນຮວ່ຽນ