leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ທີ່ພິທີຕ້ອນຮັບທ່ານ Giuseppe Conte ນາຍົກລັດຖະມົນຕີອີຕາລີ. ພາບ: qdnd.vn.

ພາຍຫຼັງພິທີຕ້ອນຮັບ, ນາຍົກລັດຖະມົນຕີສອງທ່ານ ໄດ້ດໍາເນີນການພົບປະເຈລະຈາ. ເມື່ອແລກປ່ຽນກ່ຽວກັບການພົວພັນສອງຝ່າຍ, ນາຍົກລັດຖະມົນຕີສອງທ່ານ ໄດ້ຕີລາຄາວ່າການພົວພັນລະຫວ່າງຫວຽດນາມ ແລະອີຕາລີ ພັດທະນາຢ່າງມີປະສິດທິຜົນ ແລະຂະຫຍັນຂັນເຄື່ອນໃນຫຼາຍຂົງເຂດ. ກ່ຽວກັບຂົງເຂດເສດຖະກິດ, ນາຍົກລັດຖະມົນຕີສອງທ່ານ ໄດ້ຕີລາຄາສູງຕໍ່ການພົວພັນດ້ານການຄ້າການລົງທຶນລະຫວ່າງຫວຽດນາມ-ອີຕາລີ ມີການພັດທະນາຕັ້ງໜ້າໃນໄລຍະມໍ່ໆມານີ້, ເຫັນດີເປັນເອກະສັນຈະສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດສອງປະເທດເພີ່ມທະວີການຮ່ວມມືໃນບັນດາຂົງເຂດ ເຊິ່ງ ອີຕາລີ ມີທ່າແຮງ  ແລະຫວຽດນາມ ມີຄວາມຕ້ອງການ ຄື: ກົນຈັກຜະລິດ, ພື້ນຖານໂຄງລ່າງ, ຕໍ່າແຜ່ນຕັດຫຍິບ, ເກີບໜັງ, ປຸງແຕ່ງໄມ້, ອຸດສາຫະກໍາສໍາຮອງ, ວັດສະດຸກໍ່ສ້າງ, ນໍ້າມັນອາຍແກັດ, ພະລັງງານຜະລິດຄືນໃໝ່, ປຸງແຕ່ງທັນຍາຫານ...

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: qdnd.vn.

ທ່ານ ຫງວຽນຊວນຟຸກ ເນັ້ນໜັກວ່າ, ຫວຽດນາມ ດ້ວຍທີ່ຕັ້ງໃຈກາງໃນເຄືອຂ່າຍ FTA ທີ່ກວ້າງໃຫຍ່ຂອງພາກພື້ນ ອາຊີ-ປາຊີຟິກ ຈະແມ່ນປະຕູເຂົ້າອອກຕົ້ນຕໍໃຫ້ແກ່ບັນດາວິສາຫະກິດອີຕາລີ ບືນຕົວອອກສູ່ຕະຫຼາດອາຊີຕາເວັນອອກສ່ຽງໃຕ້ ແລະອາຊີ-ປາຊີຟິກ.

ນາຍົກລັດຖະມົນຕີສອງທ່ານ ໄດ້ແລກປ່ຽນຫຼາຍບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ຢັ້ງຢືນວ່າຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນທີ່ບັນດາເວທີປາໄສຫຼາຍຝ່າຍ ຄື: ສະຫະປະຊາຊາດ, ອາແຊມ, ອາຊຽນ-ອີຢູ.

ໂດຍ: ທູຈາງ