ທີ່ການຕ້ອນຮັບ, ທ່ານ ຫງວຽນຊວນຟຸກ ຊີ້ແຈ້ງວ່າ, ລັດຖະບານ, ບັນດາກະຊວງ, ຂະແໜງການສອງຝ່າຍພວມປະຕິບັດບັນດາຂໍ້ຕົກລົງເຊິ່ງການນໍາຂັ້ນສູງສອງປະເທດໄດ້ວາງອອກຢ່າງຕັ້ງໜ້າ. ທ່ານ ຫງວຽນຊວນຟຸກ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ມານະພະຍາຍາມຈົນສຸດຄວາມສາມາດ ເພື່ອເພີ່ມທະວີການຮ່ວມມືກັບ ລາວ, ຊ່ວຍເຫຼືອປະຊາຊົນລາວ ອ້າຍນ້ອງໃນພາລະກິດພັດທະນາປະເທດຊາດ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ທອງລຸນ ສີສຸລິດ ໃຫ້ຮູ້ວ່າ, ລັດຖະບານ, ບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງຂອງ ລາວ ພວມປະຕິບັດບັນດາໜ້າທີ່ເຊິ່ງການນໍາຂັ້ນສູງສອງປະເທດບັນລຸໄດ້ຢ່າງເຂັ້ມງວດ. ທ່ານ ກໍ່ໃຫ້ຮູ້ວ່າ, ໃນໄລຍະຜ່ານມາ, ເອກະສານຂໍ້ຕົກລົງຫຼາຍສະບັບສືບຕໍ່ໄດ້ຮັບການລົງນາມຈາກສອງຝ່າຍ. ບັນດາໂຄງການໂດຍ ຫວຽດນາມ ໜູນຊ່ວຍ ລາວ ໄດ້ຜັນຂະຫຍາຍເປັນຢ່າງດີ; ບັນດາວິສາຫະກິດຫວຽດນາມ ລົງທຶນເຂົ້າລາວ ກໍ່ໄດ້ຮັບຄວາມເອົາໃຈໃສ່, ສະໜັບສະໜູນ, ສ້າງເງື່ອນໄຂສະດວກຈາກລັດຖະບານລາວ... ທ່ານ ທອງລຸນ ສີສຸລິດ ຕີລາຄາສູງເລື່ອງສົ່ງເສີມການຜັນຂະຫຍາຍບັນດາໂຄງການເຊື່ອມຕໍ່ທາງຄົມມະນາຄົມສອງປະເທດທີ່ມີຄວາມໝາຍສໍາຄັນໃນການຊຸກຍູ້ເສດຖະກິດສອງປະເທດກໍ່ຄືໃນແລວທາງເສດຖະກິດທິດຕາເວັນອອກ-ຕາເວັນຕົກ.

ທີ່ການຕ້ອນຮັບ, ທ່ານ ຫງວຽນຊວນຟຸກ ຊີ້ແຈ້ງວ່າ, ປີ 2019 ແມ່ນປີທີ່ມີຄວາມໝາຍສໍາລັບສອງປະເທດຫວຽດນາມ, ລາວ ແລະສາຍພົວພັນສອງປະເທດ: ແມ່ນປີຂອງບັນດາການເຄື່ອນໄຫວ ຄື: ສະເຫຼີມສະຫຼອງວັນທະຫານອາສາສະໝັກຫວຽດນາມ ຊ່ວຍການປະຕິວັດລາວ ຄົບຮອບ 70 ປີ, 60 ປີແຫ່ງວັນເປີດເສັ້ນທາງເຈື່ອງເຊີນເບື້ອງຕາເວັນຕົກ, 65 ປີແຫ່ງວັນໄຊຊະນະດ້ຽນບຽນຝູ໋... ບົນຈິດໃຈນັ້ນ, ທ່ານ ທອງລຸນ ສີສຸລິດ ສະເໜີສອງຝ່າຍຄວນສົມທົບກັນຢ່າງແໜ້ນແຟ້ນຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງໃຫ້ສອດຄ່ອງ, ເພີ່ມທະວີການແລກປ່ຽນບົດຮຽນກ່ຽວກັບວຽກງານກໍ່ສ້າງພັກໄປຄຽງຄູ່ກັບເລື່ອງຍູ້ແຮງການຜັນຂະຫຍາຍບັນດາການຮ່ວມມືໃນຂົງເຂດອື່ນ, ຜ່ານນັ້ນ, ເພີ່ມທະວີການພົວພັນຮ່ວມມືພົບປະແລກປ່ຽນທຸກດ້ານ.

ໂດຍ: ໄຊນີດາ