ທ່ານ ຫງວຽນບ໋າຮູ່ງ ເນັ້ນໜັກວ່າ, ປີ 2019, ສະເຫຼີມສະຫຼອງ 50 ປີແຫ່ງການປະຕິບັດຄຳພິໄນກຳຂອງປະທານໂຮ່ຈີມິນ, ພະນັກງານ, ພາລະກອນສະຖານທູດໝົດທຸກຄົນ ແລະບັນດາອົງການຈັດຕັ້ງອ້ອມຂ້າງສະຖານທູດ ໝັ້ນໝາຍວ່າຈະສູ້ຊົນຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນເຮັດວຽກຂອງປະທານໂຮ່ຈີມິນ ໃນທຸກໆວຽກງານລະອຽດຢ່າງບໍ່ຢຸດຢັ້ງ, ສາມັກຄີເປັນຈິດໜຶ່ງໃຈດຽວ, ປະຕິບັດບັນດາໜ້າທີ່ວຽກງານພົວພັນຕ່າງປະເທດ ເຊິ່ງການນໍາພັກ, ລັດໄດ້ມອບໝາຍໃຫ້ຢ່າງມີໄຊ, ພ້ອມທັງກໍ່ສ້າງປະຊາຄົມຊາວຫວຽດນາມ ອາໄລຢູ່ ລາວ ໃຫ້ມີຄວາມສາມັກຄີ, ໝັ້ນຄົງເຂັ້ມແຂງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງ, ພັດທະນາສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ຫວຽດນາມ-ລາວ.

leftcenterrightdel
ທ່ານ ຫງວຽນບ໋າຮູ່ງ ແລະພະນັກງານ, ພາລະກອນບັນດາອົງການຕາງໜ້າຫວຽດນາມ ຢູ່ ລາວ ໄຕ້ທູບທຽນອາໄລຫາຄຸນງາມຄວາມດີອັນໃຫຍ່ຫຼວງຂອງປະທານໂຮ່ຈີມິນ, ວັນທີ 19 ພຶດສະພາ. ພາບ: ຟ້າມຢາງ.

ກໍ່ໃນວັນດຽວກັນ, ທີ່ເຂດອະນຸສອນສະຖານປະທານໂຮ່ຈີມິນ ຢູ່ບ້ານຊຽງວາງ, ເມືອງໜອງບົກ, ແຂວງຄໍາມ່ວນ, ສະຖານທູດຫວຽດນາມ ປະຈຳລາວ ໄດ້ສົມທົບກັບສະຖານກົງສູນໃຫຍ່ຫວຽດນາມ ຈັດຕັ້ງພິທີຖະຫວາຍທູບທຽນສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໂຮ່ຈີມິນ ຄົບຮອບ 129 ປີ.

ທີ່ພິທີ, ທ່ານ ສາຍຂອງ ໄຊນະສິນ ຮອງປະທານສູນກາງສະມາຄົມມິດຕະພາບລາວ-ຫວຽດນາມ ຢັ້ງຢືນວ່າ, ປະທານໂຮ່ຈີມິນ ແມ່ນຜູ້ນຳທີ່ຍິ່ງໃຫຍ່, ນັກເຄື່ອນໄຫວທີ່ພົ້ນເດັ່ນໃນຂະບວນການກອມມູນິດສາກົນ ແລະຂະບວນການຕໍ່ສູ້ປົດປ່ອຍຊາດ, ແມ່ນເພື່ອນ, ສະຫາຍທີ່ສະໜິດສະໜົມຂອງປະຊາຊົນລາວ.

ຕາງໜ້າບັນດາອົງການ, ອົງການຈັດຕັ້ງມະຫາຊົນຂອງລາວ ທ່ານ ສາຍຂອງ ໄຊນະສິນ ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງ, ຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີຂອງປະທານໂຮ່ຈີມິນ, ຕໍ່ພັກ, ລັດ ແລະປະຊາຊົນຫວຽດນາມອ້າຍນ້ອງທີ່ຍາມໃດກໍ່ສະຫງວນໃຫ້ປະຊາຊົນລາວ ການສະໜັບສະໜູນທີ່ໃຫຍ່ຫຼວງ, ລ້ໍາຄ່າ, ມີປະສິດທິຜົນ, ທັນການ ແລະເຕັມໄປດ້ວຍສາຍຈິດມິດໃຈໃນໄລຍະຕໍ່ສູ້ຍາດເອົາເອກະລາດໃນເມື່ອກ່ອນ, ກໍ່ຄືໃນໄລຍະປົກປັກຮັກສາ ແລະພັດທະນາປະເທດຊາດໃນປະຈຸບັນ.

ໂດຍ: ເກື່ອງດັ້ງ