ເຂົ້າຮ່ວມພິທີໄວ້ອາໄລມີທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ. ບັນດາທ່ານການນໍາ, ອະດີດການນໍາພັກ, ລັດ; ນັກປະຕິວັດຜູ້ອາວຸໂສ; ການນໍາບັນດາຄະນະ, ກະຊວງ, ຂະແໜງການ, ອົງການຈັດຕັ້ງຂັ້ນສູນກາງ ກໍໄດ້ເຂົ້າຮ່ວມພິທີ.

ພວງມາລາຂອງຄະນະມີແຖວໜັງສື: “ຮູ້ບຸນຄຸນປະທານໂຮ່ຈີມິນຜູ້ຍິ່ງໃຫຍ່ຕະຫຼອດໄປ”. ຄະນະຜູ້ແທນໄດ້ສະແດງຄວາມຮູ້ບຸນຄຸນອັນລົ້ນເຫຼືອ, ເຄົາລົບນັບຖືອາໄລຫາຄຸນງາມຄວາມດີອັນໃຫຍ່ຫຼວງຂອງປະທານໂຮ່ຈີມິນ, ຜູ້ນໍາທີ່ຍິ່ງໃຫຍ່ຂອງພັກ ແລະຊາດຫວຽດນາມ, ເພິ່ນໄດ້ອຸທິດຕະຫຼອດຊີວິດຂອງຕົນໃຫ້ແກ່ພາລະກິດຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ສ້າງສາປະເທດຫວຽດນາມ ເອກະລາດ, ເອກະພາບ.

leftcenterrightdel
ຄະນະຜູ້ແທນການນໍາ, ອະດີດການນໍາພັກ, ລັດ ແລະແນວໂຮມປະເທດຊາດຫວຽດນາມ ວາງພວງມາລາ ແລະເຂົ້າສຸສານໄວ້ອາໄລ ປະທານໂຮ່ຈີມິນ. ພາບ: ສໍານັກຂ່າວສານຫວຽດນາມ.

ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ກໍໄດ້ໄປວາງພວງມາລາ ແລະອາໄລຫາບັນດານັກວິລະຊົນ, ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຢູ່ອະນຸສາວະລີບັນດານັກວິລະຊົນ, ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ (ຖະໜົນບັກເຊີນ, ນະຄອນຮ່າໂນ້ຍ). ພວງມາລາຂອງຄະນະມີແຖວໜັງສື: “ຮູ້ບຸນຄຸນບັນດານັກວິລະຊົນ, ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຕະຫຼອດໄປ”.

ໃນຕອນເຊົ້າວັນດຽວກັນ, ຄະນະຜູ້ແທນຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ; ຄະນະພັກຕໍາຫຼວດສູນກາງ ແລະກະຊວງຕໍາຫຼວດ; ຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ... ໄດ້ໄປວາງພວງມາລາ ແລະເຂົ້າສຸສານໄວ້ອາໄລປະທານໂຮ່ຈີມິນ; ວາງພວງມາລາ ແລະອາໄລຫາບັນດານັກວິລະຊົນ, ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ອະນຸສາວະລີນັກວິລະຊົນ, ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ.

ໂດຍ: ໄຊຊະນະ