ການຢ້ຽມຢາມດັ່ງກ່າວແມ່ນປະຕິບັດຕາມຄໍາເຊີນຂອງທ່ານ Dmitri Medvedev ນາຍົກລັດຖະມົນຕີລັດເຊຍ, ທ່ານນາງ Erna Solberg ນາຍົກລັດຖະມົນຕີນອກແວ ແລະທ່ານ Stefan Löfven ນາຍົກລັດຖະມົນຕີຊູແອັດ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະພັນລະຍາເດີນທາງໄປຢ້ຽມຢາມບັນດາປະເທດເອີລົບ. ພາບ: ສໍານັກຂ່າວສານຫວຽດນາມ.

ການຢ້ຽມຢາມ ສະຫະພັນລັດເຊຍ ຢ່າງເປັນທາງການໃນລະຫວ່າງວັນທີ 20 – 23 ພຶດສະພາ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເພື່ອແນໃສ່ຢັ້ງຢືນ, ຫວຽດນາມຖືເປັນສໍາຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ລັດເຊຍ, ຍູ້ແຮງການພົວພັນຮ່ວມມືໃນທຸກຂົງເຂດ, ເປັນຕົ້ນແມ່ນດ້ານເສດຖະກິດ, ການຄ້າ ແລະການລົງທຶນ.

ການຢ້ຽມຢາມ ນອກແວ ຢ່າງເປັນທາງການໃນລະຫວ່າງວັນທີ 24 – 26 ພຶດສະພາ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເພື່ອແນໃສ່ຢັ້ງຢືນຄືນສາຍພົວພັນຢ່າງແຮງລະຫວ່າງສອງປະເທດ, ເຮັດໃຫ້ນໍ້າໃຈມິດຕະພາບທີ່ເປັນມູນເຊື້ອເລິກເຊິ່ງກວ່າເກົ່າ ແລະເພີ່ມທະວີການພົວພັນຮ່ວມມືລະຫວ່າງ ນອກແວ-ຫວຽດນາມ ຕາມທິດແທດຈິງ ແລະມີປະສິດທິຜົນກວ່າ.

ການຢ້ຽມຢາມ ຊູແອັດ ຢ່າງເປັນທາງການໃນລະຫວ່າງວັນທີ 26 – 28 ພຶດສະພາ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແນໃສ່ສືບຕໍ່ຢັ້ງຢືນ ຫວຽດນາມ ຍາມໃດກໍຖືເປັນສໍາຄັນການປັບປຸງ ແລະສືບຕໍ່ພັດທະນາສາຍພົວພັນມິດຕະພາບ ແລະການຮ່ວມມືທີ່ເປັນມູນເຊື້ອອັນດີງາມ ເຊິ່ງການນໍາຂັ້ນສູງ ແລະປະຊາຊົນສອງປະເທດໄດ້ກໍ່ສ້າງ ແລະເພີ່ມພູນຄູນສ້າງໃນຕະຫຼອດ 50 ປີຜ່ານມາ.

ໂດຍ: ເຈິ່ນຮວ່ຽນ