leftcenterrightdel
ຫວຽດນາມ ໃຫ້ຄຳໝັ້ນສັນຍາແມ່ນປັດໃຈຕັ້ງໜ້າໃນການຮ່ວມມືພັດທະນາສາກົນ. (ພາບ: TTXVN)

ພ້ອມທັງ, ໃຫ້ຄຳໝັ້ນສັນຍາຈະແມ່ນປັດໃຈຕັ້ງໜ້າໃນບັນດາຮູບແບບ, ເຄືອຂ່າຍການຮ່ວມມືພັດທະນາສາກົນ, ມຸ່ງໄປເຖິງບັນດາເປົ້າໝາຍພັດທະນາແບບຍືນຍົງໃນທົ່ວໂລກ (SDGs) ຕາມໂຄງການດຳເນີນງານ 2030 ຂອງສະຫະປະຊາຊາດ.

ນີ້ແມ່ນຄຳກ່າວປາໄສຂອງທ່ານ ກາວແມ້ງເກື່ອງ, ຮອງຫົວໜ້າກົມເສດຖະກິດການຕ່າງປະເທດ, ກະຊວງແຜນການ ແລະການລົງທຶນຫວຽດນາມ ພາຍຫຼັງບັນລະຍາຍໃນຂອບເຂດລາຍການເຄື່ອນໄຫວຂອງງານວາງສະແດງ Exco 2019, ເຊິ່ງດຳເນີນໃນລະຫວ່າງວັນທີ 15 – 17 ພຶດສະພາ, ຢູ່ Rome. ໃນວາລະບັນລະຍາຍວັນທີ 17 ພຶດສະພາ, ຫວຽດນາມ ໄດ້ແນະນຳໃຫ້ບັນດາຜູ້ແທນສາກົນຮັບຮູ້ກ່ຽວກັບທ່າອ່ຽງຂອງການຮ່ວມມື, ພັດທະນາຢູ່ຫວຽດນາມ; ເນັ້ນໜັກເຖິງການຮ່ວມມື 2 ຝ່າຍລະຫວ່າງຫວຽດນາມ - ອີຕາລີ ໃນຂົງເຂດດັ່ງກ່າວ.

ຕາມທ່ານ ກາວແມ້ງເກື່ອງ ແລ້ວ, ຜ່ານ Exco 2019, ບັນດາຄູ່ຄ້າໃນການຮ່ວມມືພັດທະນາໃຕ້-ໃຕ້ ມີໂອກາດໄດ້ເຊື່ອມຕໍ່, ແລກປ່ຽນບົດຮຽນ, ປັບປຸງເຄືອຂ່າຍການຮ່ວມມືພັດທະນາໃນເງື່ອນໄຂ, ສະພາບການ ແລະສິ່ງທ້າທາຍໃໝ່ທີ່ມີລັກສະນະທົ່ວໂລກ.

ແຫຼ່ງຄັດຈາກ: vovworld.vn