leftcenterrightdel
ທ່ານ ບຸ່ຍແທັງເຊີນ ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ ກ່າວຄໍາເຫັນທີ່ພິທີໄຂ. ພາບ: dangcongsan.vn.

ກ່າວຄໍາເຫັນທີ່ພິທີໄຂ, ທ່ານ ບຸ່ຍແທັງເຊີນ ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ ເນັ້ນໜັກວ່າ, ນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດ, ການພົວພັນລະຫວ່າງ ຫວຽດນາມ ແລະບຣາຊິນ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ. ທ່ານ ບຸ່ຍແທັງເຊີນ ໃຫ້ຮູ້ວ່າ ບຣາຊິນ ເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສຸດຂອງຫວຽດນາມຢູ່ພາກພື້ນອາເມລິກາລາຕີນ, ພ້ອມທັງເຊື່ອໝັ້ນວ່າ ການພົວພັນມິດຕະພາບ ແລະການຮ່ວມມືອັນດີງາມລະຫວ່າງ ຫວຽດນາມ ແລະບຣາຊິນ ຈະນັບມື້ນັບໄດ້ຮັບການປັບປຸງ ແລະພັດທະນາ.

leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: dangcongsan.vn.

ສ່ວນທ່ານ Fernando Apparicio da Silva ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງບຣາຊິນ ປະຈໍາ ຫວຽດນາມ ຢືນຢັນວ່າ, ໃນຕະຫຼອດ 30 ປີຜ່ານມາ, ສາຍພົວພັນທາງການທູດລະຫວ່າງ ບຣາຊິນ ແລະຫວຽດນາມ ບັນລຸໄດ້ບັນດາບາດກ້າວທີ່ສໍາຄັນ. ທ່ານ Fernando Apparicio da Silva ປາດຖະໜາວ່າ ບຣາຊິນ ແລະຫວຽດນາມ  ຈະສືບຕໍ່ເພີ່ມທະວີການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງກວ່າອີກ.

ກ່ອນໜ້ານັ້ນ, ໃນຂອບເຂດບັນດາກິດຈະກຳສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະບຣາຊິນ, ສະມາຄົມມິດຕະພາບ ແລະຮ່ວມມື ຫວຽດນາມ-ບຣາຊິນ ໄດ້ຈັດຕັ້ງການໂອ້ລົມສົນທະນາວິສາຫະກິດ ຫວຽດນາມ-ບຣາຊິນ ແນໃສ່ຊຸກຍູ້ການພົວພັນຮ່ວມມືດ້ານການຄ້າລະຫວ່າງສອງປະເທດ.

ໂດຍ: ຄໍາແພງ