ທີ່ການເຈລະຈາ, ທ່ານນາງ ຫງວຽນທິກິມເງິນ ແລະທ່ານ Tashi Dorji ເປັນເອກະພາບທີ່ຖືວ່າ ຫວຽດນາມ ແລະ ບູຖານ ມີຫຼາຍຈຸດທີ່ຄ້າຍຄືກັນກ່ຽວກັບປະຫວັດສາດ, ມີພື້ນຖານວັດທະນະທຳທີ່ອຸດົມສົມບູນ, ຫຼາຍຮູບຫຼາຍແບບ, ປະຊາຊົນຮັກຫອມສັນຕິພາບ. ການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດພວມພັດທະນາຢ່າງດີງາມ. ເຖິງຢ່າງໃດກໍ່ຕາມ, ໝາກຜົນການຮ່ວມມືຍັງຕ່ຳເມື່ອທຽບໃສ່ກັບຄວາມສາມາດບົ່ມຊ້ອນ ແລະທ່າແຮງຂອງແຕ່ລະປະເທດ. ຍ້ອນແນວນັ້ນ, ຫວຽດນາມ ແລະ ບູຖານ ຄວນຊຸກຍູ້ການຮ່ວມມື, ແບ່ງປັນບົດຮຽນໃນການພັດທະນາປະເທດ ແລະເປີດກວ້າງການຮ່ວມມືໃນຂົງເຂດຕ່າງໆ, ພ້ອມກັນຂຸດຄົ້ນທ່າແຮງດ້ານເສດຖະກິດຂອງກັນ, ໂດຍສະເພາະແມ່ນເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວ ແລະການພົບປະແລກປ່ຽນປະຊາຊົນ.

leftcenterrightdel
ບັນຍາກາດທີ່ການເຈລະຈາ. ພາບ: ຈ໊ຽນຖັ໊ງ.

ທ່ານນາງ ຫງວຽນທິກິມເງິນ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນໃນການພັດທະນາເສດຖະກິດກັບ ບູຖານ, ໃນນັ້ນມີຂົງເຂດກະສິກຳ. ສອງຝ່າຍສາມາດຜັນຂະຫຍາຍການຮ່ວມມືຂຸດຄົ້ນສາຍການບິນຕ່າງໆ; ສົ່ງເສີມບັນດາທ້ອງຖິ່ນຂອງສອງປະເທດເພີ່ມທະວີການເຊື່ອມຕໍ່; ເພີ່ມທະວີການຮ່ວມມືລະຫວ່າງກົມໃຫຍ່ທ່ອງທ່ຽວຫວຽດນາມ ກັບສະພາທ່ອງທ່ຽວບູຖານ ກໍຄືລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ ສ້າງຂົວເຊື່ອມຕໍ່ຊຸກຍູ້ການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດ.

leftcenterrightdel
ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Tashi Dorji ປະທານສະພາສູງແຫ່ງລາຊະອານາຈັກບູຖານ. ພາບ: ຈ໊ຽນຖັ໊ງ.

ທ່ານ Tashi Dorji ຢັ້ງຢືນວ່າ ບູຖານ ຍາມໃດກໍ່ຖືຫວຽດນາມ ແມ່ນໜຶ່ງໃນບັນດາຮູບແບບກ່ຽວກັບການພັດທະນາກະສິກຳ. ສະນັ້ນ, ບູຖານ ໄດ້ຈັດສົ່ງພະນັກງານມາຫວຽດນາມຮ່ຳຮຽນບົດຮຽນໃນຂົງເຂດດັ່ງກ່າວ. ຄຽງຂ້າງນັ້ນ, ບູຖານ ພວມຍູ້ແຮງບັນດາຮູບການທ່ອງທ່ຽວທີ່ມີຄຸນນະພາບສູງ ແລະຫວັງວ່າ ຈະມີແຂກທ່ອງທ່ຽວຫວຽດນາມ ມາຢ້ຽມຢາມ ບູຖານ ເປັນຈຳນວນຫຼວງຫຼາຍ.

ໂດຍ: ສົມເພັດ