ທີ່ການຕ້ອນຮັບ, ທ່ານນາງ ຫງວຽນທິກິມເງິນ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍການເຂົ້າຮ່ວມຂອງທ່ານປະທານາທິບໍດີ ແລະຄະນະຜູ້ແທນຂັ້ນສູງມຽນມາ ຈະປະກອບສ່ວນເຂົ້າໃນຜົນສໍາເລັດລວມຂອງງານວິສາຂະບູຊາ ສະຫະປະຊາຊາດ Vesak 2019, ຜ່ານນັ້ນເຊີດຊູແນວຄວາມຄິດອະນຸໂລມ, ເຫັນແກ່ຄົນອື່ນ, ຄວາມປອງດອງກັນຂອງພູດທະສາສະໜາ, ປະກອບສ່ວນສ້າງສັນຕິພາບ, ການຮ່ວມມືຢູ່ພາກພື້ນ. ທ່ານນາງ ຫງວຽນທິກິມເງິນ ໃຫ້ຮູ້ວ່າ, ປີ 2020, ຫວຽດນາມ ຈະຮັບດໍາລົງຕໍາແໜ່ງເປັນປະທານອາຊຽນ, ປະທານສະມັດຊາລັດຖະສະພາລະຫວ່າງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (AIPA) ແລະປາດຖະໜາຢາກ ມຽນມາ ສະໜັບສະໜູນ ຫວຽດນາມ ສໍາເລັດໜ້າທີ່ຂອງຕົນ.

leftcenterrightdel
ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບທ່ານ Win Myint ປະທານາທິບໍດີມຽນມາ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານ Win Myint ປະທານາທິບໍດີມຽນມາ ກໍ່ຕີລາຄາສູງການພົວພັນລະຫວ່າງສອງປະເທດໃນໄລຍະຜ່ານມາໄດ້ພັດທະນາ ແລະບັນລຸໄດ້ບັນດາໝາກຜົນທີ່ດີງາມ. ທ່ານ ເນັ້ນໜັກວ່າດ້ວຍການຊ່ວຍເຫຼືອ, ໜູນຊ່ວຍຈາກບັນດາຄູ່ຮ່ວມມືພັດທະນາ ແລະເພື່ອນມິດທີ່ເປັນມູນເຊື້ອຄື ຫວຽດນາມ, ເຊິ່ງ ມຽນມາ ສາມາດກໍ່ສ້າງປະເທດຄືນໃໝ່, ຄວາມປອງດອງຊາດ ແລະຍູ້ແຮງການພັດທະນາດ້ານເສດຖະກິດ-ສັງຄົມໄດ້.

ທ່ານ ສະແດງຄວາມປິຕິຊົມຊື່ນເມື່ອສອງປະເທດໄດ້ມີການຮ່ວມມືທີ່ແໜ້ນແຟ້ນທີ່ສຸດທີ່ບັນດາເວທີປາໄສຢູ່ພາກພື້ນ ແລະໃນໂລກ, ພ້ອມທັງຢັ້ງຢືນຈະສະໜັບສະໜູນ ຫວຽດນາມ ປະຕິບັດສໍາເລັດພາລະສໍາຄັນເປັນປະທານອາຊຽນ ແລະປະທານ AIPA ໃນປີ 2020 ຈົນສຸດຄວາມສາມາດ.

ໂດຍ: ເກື່ອງດັ້ງ