ຕອນເຊົ້າວັນທີ 25 ເມສາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ອອກຈາກຮ່າໂນ້ຍ, ເດີນທາງໄປນະຄອນຫລວງປັກກິ່ງ, ປະເທດຈີນ ເຂົ້າຮ່ວມເວທີປາໄສຮ່ວມມືຂັ້ນສູງ “ໜຶ່ງແລວທາງ, ໜຶ່ງເສັ້ນທາງ” ໃນລະຫວ່າງວັນທີ 25 – 27 ເມສາ 2019.

ການເຂົ້າຮ່ວມເວທີປາໄສຮ່ວມມືສາກົນ “ໜຶ່ງແລວທາງ, ໜຶ່ງເສັ້ນທາງ” ຄັ້ງທີ 2 ຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ດຳເນີນໄປໃນສະພາບທີ່ການພົວພັນລະຫວ່າງສອງປະເທດສືບຕໍ່ຮັກສາທ່າພັດທະນາເປັນປົກກະຕິ ແລະບັນລຸໄດ້ບັນດາບາດກ້າວໃໝ່, ຕັ້ງໜ້າ.

ແຫຼ່ງຄັດຈາກ: vovworld.vn