ໂດຍຕາງໜ້າຄະນະບໍລິຫານງານສູນກາງພັກ KPRF, ທ່ານ L.I. Kalashnikov ຢັ້ງຢືນວ່າ KPRF ຍາມໃດກໍຖືເປັນສໍາຄັນ ແລະປາດຖະໜາຢາກເພີ່ມທະວີການພົວພັນກັບພັກກອມມູນິດຫວຽດນາມ ກວ່າອີກ, ໃນນັ້ນມີການໜູນຊ່ວຍບັນດາວິສາຫະກິດ ແລະທ້ອງຖິ່ນສອງປະເທດຊຸກຍູ້ບັນດາໂຄງການໃນຂົງເຂດການລົງທຶນ, ການເງິນ, ທະນາຄານ, ການທ່ອງທ່ຽວ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານ ຮວ່າງບິ່ງກວນ ຢັ້ງຢືນວ່າ, ພັກ, ລັດຫວຽດນາມ ຍາມໃດກໍໃຫ້ບຸລິມະສິດປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນລັດເຊຍ, ຖືເປັນສຳຄັນເລື່ອງເພີ່ມທະວີການພົວພັນກັບພັກກອມມູນິດສະຫະພັນລັດເຊຍ ກໍຄືຊົມເຊີຍບັນດາຂໍ້ລິເລີ່ມຂອງພັກກອມມູນິດສະຫະພັນລັດເຊຍ ກ່ຽວກັບການຮ່ວມມືດ້ານເສດຖະກິດ ເພື່ອແນໃສ່ປະກອບສ່ວນຊຸກຍູ້ການຮ່ວມມືດ້ານເສດຖະກິດ-ການຄ້າ ແລະການລົງທຶນລະຫວ່າງສອງປະເທດ.

ໂດຍ: ສົມເພັດ