leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ. ພາບ: dangcongsan.vn.

ວັນທີ 22 ເມສາ, ຕາມແຈ້ງການຂອງກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: ໂດຍໄດ້ຮັບຄໍາເຊີນຂອງທ່ານ ສີຈິ້ນຜິງ,  ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ປະທານປະເທດແຫ່ງ ສປ ຈີນ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ຈະນໍາໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມເວທີປາໄສຂັ້ນສູງກ່ຽວກັບການຮ່ວມມື “1 ແລວທາງ ແລະ 1 ເສັ້ນທາງ” ຄັ້ງທີ 2 ຢູ່ ນະຄອນຫຼວງປັກກິ່ງ, ປະເທດຈີນ ໃນລະຫວ່າງວັນທີ 25-27 ເມສາ 2019.

ໂດຍ: ເຈິ່ນຮວ່ຽນ