ຕາມແຫຼ່ງຂ່າວຈາກຄະນະປົກປ້ອງ ແລະດູແລສຸຂະພາບພະນັກງານຂັ້ນສູນກາງ, ທ່ານ ເລດຶກແອັງ, ເກີດປີ 1920, ອະດີດກໍາມະການກົມການເມືອງ, ອະດີດປະທານປະເທດຫວຽດນາມ, ຍ້ອນມີອາຍຸສູງ, ສຸຂະພາບອ່ອນເພຍ, ເຖິງວ່າພັກ, ລັດ ແລະໝູ່ຄະນະສາດສະດາຈານ, ທ່ານໝໍໄດ້ທຳການປິ່ນປົວຢ່າງສຸດຈິດສຸດໃຈ ແລະໄດ້ຮັບຄວາມເອົາໃຈໃສ່ເບິ່ງແຍງດູແລຈາກຄອບຄົວແລ້ວກໍ່ຕາມ, ທ່ານໄດ້ເຖິງແກ່ມໍລະນະກຳໃນເວລາ 20 ໂມງ 10 ນາທີ ຂອງວັນທີ 22 ເມສາ 2019 ຢູ່ເຮືອນເລກທີ 5A, ຖະໜົນຮວ່າງຢ້ຽວ, ນະຄອນຮ່າໂນ້ຍ.

leftcenterrightdel
ອະດີດປະທານປະເທດຫວຽດນາມ ເລດຶກແອັງ. ພາບ: ສໍານັກຂ່າວສານຫວຽດນາມ.

ພິທີໄວ້ອາໄລ, ພິທີເຄົາລົບສົບ, ພິທີປົງສົບສະຫາຍ ເລດຶກແອັງ ຈະແຈ້ງໃຫ້ຊາບຕາມພາຍຫຼັງ.

ໂດຍ: ທະນາພອນ