ທ່ານ ເລແທັງລຽມ ໃຫ້ຮູ້ວ່າ, ສາຍພົວພັນລະຫວ່າງນະຄອນໂຮ່ຈີມິນ ແລະບັນດາລັດຂອງອົດສະຕາລີ ໄດ້ຮັບຄວາມເອົາໃຈໃສ່, ຊຸກຍູ້ເປັນປະຈໍາຈາກບັນດາຝ່າຍ. ປະຈຸບັນອົດສະຕາລີ ແມ່ນນັກລົງທຶນໂດຍກົງຈາກຕ່າງປະເທດຢືນຢູ່ອັນດັບທີ 17 ໃນບັນດາປະເທດ ແລະເຂດແຄວ້ນລົງທຶນເຂົ້ານະຄອນໂຮ່ຈີມິນ ດ້ວຍ 182 ໂຄງການ, ເຊິ່ງມີເງິນລົງທຶນທັງໝົດເກືອບ 200 ລ້ານໂດລາສະຫະລັດ.

leftcenterrightdel
ການນໍານະຄອນໂຮ່ຈີມິນ ຖ່າຍຮູບກັບຄະນະຜູ້ແທນລັດອົດສະຕາລີ ຕາເວັນຕົກ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ Peter Tinley ໃຫ້ຮູ້ວ່າ, ລັດອົດສະຕາລີ ຕາເວັນຕົກ ມີທ່າແຮງໃນຂົງເຂດອາຍແກັສແຫຼວ, ກະສິກໍາ... ແລະພ້ອມແລ້ວທີ່ຈະຮ່ວມມືກັບບັນດາອົງການ, ທ້ອງຖິ່ນຂອງຫວຽດນາມ, ໃນນັ້ນມີນະຄອນໂຮ່ຈີມິນ. ທ່ານ Peter Tinley ເນັ້ນໜັກວ່າ, ລັດອົດສະຕາລີ ຕາເວັນຕົກ ຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວຫວຽດນາມ ກໍຄືປະຊາຄົມຕ່າງໆທີ່ດໍາລົງຊີວິດ, ຮໍ່າຮຽນ ແລະເຮັດວຽກຢູ່ລັດອົດສະຕາລີ ຕາເວັນຕົກ.

ໂດຍ: ບົວພອນ