ທ່ານ Patrick Leahy ສະມາຊິກສະພາສູງອາເມລິກາ ໄດ້ຕີລາຄາສູງການພັດທະນາຢ່າງຂະຫຍັນຂັນເຄື່ອນ, ກໍ່ຄືທີ່ຕັ້ງ, ຖານະບົດບາດ ແລະການປະກອບສ່ວນຢ່າງຕັ້ງໜ້າຂອງຫວຽດນາມ ໃນບັນຫາຕ່າງໆຢູ່ພາກພື້ນ ແລະໃນໂລກ. ທ່ານ Patrick Leahy ຢັ້ງຢືນວ່າ, ອາເມລິກາ ຖືເປັນສຳຄັນ ແລະປາດຖະໜາຢາກເພີ່ມທະວີ, ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານກັບຫວຽດນາມ ໃນທຸກຂົງເຂດເລິກເຊິ່ງກວ່າອີກ, ໃນນັ້ນມີການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ.

leftcenterrightdel
ທ່ານ ເຈິ່ນກ໊ວກເວື້ອງ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ຕ້ອນຮັບຄະນະສະມາຊິກສະພາສູງອາເມລິກາ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານ ເຈິ່ນກ໊ວກເວື້ອງ ຢັ້ງຢືນວ່າ, ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ ແລະລັດຫວຽດນາມ ຖືເປັນສຳຄັນການພົວພັນກັບອາເມລິກາ; ສະເໜີສອງຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຍູ້ແຮງ ແລະຍົກສູງປະສິດທິຜົນການຮ່ວມມືໃນບັນດາຂົງເຂດ, ເປັນຕົ້ນແມ່ນຂົງເຂດເສດຖະກິດ-ການຄ້າ, ການຮ່ວມມືດ້ານການສຶກສາ-ບຳລຸງສ້າງ, ເພີ່ມທະວີການຮ່ວມມືໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ... ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ-ອາເມລິກາ ໃຫ້ຫຼາຍກວ່າອີກ.

ໂດຍ: ແສງເດືອນ