ຕອນເຊົ້າວັນທີ 17 ເມສາ, ພາຍຫຼັງພິທີຕ້ອນຮັບຢ່າງສົມກຽດ, ທ່ານ  ຫງວຽນຊວນຟຸກ ໄດ້ເຈລະຈາກັບທ່ານ Andrej Babis. 

ທີ່ການເຈລະຈາ, ການນໍາສອງທ່ານ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາອັນດີງາມຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຫຼາຍດ້ານ ຫວຽດນາມ - ສ.ເຊັກ ໃນໄລຍະເກືອບ 70 ປີຜ່ານມານັບແຕ່ເມື່ອສອງປະເທດສ້າງຕັ້ງການພົວພັນທາງການທູດໃນປີ 1950.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Andrej Babis ນາຍົກລັດຖະມົນຕີ ສ.ເຊັກ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ Andrej Babis ຢັ້ງຢືນຖືເປັນສໍາຄັນການພົວພັນກັບຫວຽດນາມ, ທ່ານເນັ້ນໜັກວ່າ ການຢ້ຽມຢາມ ສ.ເຊັກ ຢ່າງເປັນທາງການຄັ້ງນີ້ຂອງທ່ານ ຫງວຽນຊວນຟຸກ ແມ່ນຂີດໝາຍສໍາຄັນໃນການພົວພັນສອງປະເທດ, ຕີລາຄາສູງບັນດາຜົນງານພັດທະນາດ້ານເສດຖະກິດ-ສັງຄົມ, ການເຊື່ອມໂຍງເຂົ້າກັບສາກົນ ແລະບົດບາດທີ່ນັບມື້ນັບສູງຂຶ້ນຂອງຫວຽດນາມ ຢູ່ພາກພື້ນ ແລະໃນໂລກ, ປາດຖະໜາວ່າ ການພົວພັນສອງປະເທດມີບັນດາບາດກ້າວພັດທະນາຢ່າງແຮງ ແລະຮອບດ້ານກວ່າອີກໃນໄລຍະຈະມາເຖິງ.

ນາຍົກລັດຖະມົນຕີທັງສອງທ່ານ ຕີລາຄາວ່າການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນລະຫວ່າງຫວຽດນາມ ແລະ ສ.ເຊັກ ໄດ້ຮັບການພັດທະນາຢ່າງຂະຫຍັນຂັນເຄື່ອນ, ແຕ່ຍັງບໍ່ທັນສົມກັບຄວາມສາມາດບົ່ມຊ້ອນ ແລະຄວາມຫວັງຂອງທັງສອງຝ່າຍເທື່ອ. ນາຍົກລັດຖະມົນຕີທັງສອງທ່ານໄດ້ເຫັນດີເປັນເອກະພາບກັນຄວນສືບຕໍ່ຜັນຂະຫຍາຍກົນໄກຄະນະກໍາມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືເສດຖະກິດຫວຽດນາມ-ສ.ເຊັກ ຢ່າງມີປະສິດທິຜົນ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເຕັກໂນໂລຢີ, ການຂຸດຄົ້ນແຮ່ທາດ, ການທ່ອງທ່ຽວ...

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Andrej Babis ນາຍົກລັດຖະມົນຕີ ສ.ເຊັກ ໄດ້ເປັນສັກຂີພິຍານພິທີລົງນາມຮ່ວມມືລະຫວ່າງວິສາຫະກິດສອງປະເທດ. ພາບ: ສໍານັກຂ່າວສານຫວຽດນາມ.

ຄຽງຂ້າງບັນດາບັນຫາສອງຝ່າຍ, ນາຍົກລັດຖະມົນຕີທັງສອງທ່ານ ກໍໄດ້ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ການນໍາສອງທ່ານໄດ້ແລກປ່ຽນວິໄສທັດ ແລະໃຫ້ຄໍາໝັ້ນສັນຍາຊຸກຍູ້ການຮ່ວມມືສອງຝ່າຍຢູ່ບັນດາເວທີປາໄສ ແລະອົງການຈັດຕັ້ງສາກົນ, ໃນບັນດາກົນໄກສະຫະປະຊາຊາດ,  ASEM, ASEAN-EU ແລະ WTO.

ພາຍຫຼັງການເຈລະຈາ, ນາຍົກລັດຖະມົນຕີທັງສອງທ່ານໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືໃນຂົງເຂດທໍລະນີ, ແຮ່ທາດ, ມາດຕະຖານວັດແທກ ແລະຄຸນນະພາບ. ພາຍຫຼັງພິທີລົງນາມ, ນາຍົກລັດຖະມົນຕີທັງສອງທ່ານ ໄດ້ມີການປະຊຸມຂ່າວຮ່ວມປະກາດກ່ຽວກັບຜົນການເຈລະຈາ.

ໂດຍ: ໄຊຊະນະ