leftcenterrightdel
ຄະນະຜູ້ແທນພັກກອມມູນິດຫວຽດນາມ ເຂົ້າຮ່ວມກອງປະຊຸມສໍາມະນາ. ພາບ: nhandan.com.vn.

ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ, ທ່ານ ຮວ່າງບີ່ງກວນ ເນັ້ນໜັກວ່າ, ການພົວພັນອາຊີ-ເອີລົບ ໃນໄລຍະຜ່ານມາໄດ້ຮັບການພັດທະນາເປັນການພົວພັນຄູ່ຮ່ວມມືຮອບດ້ານ ແລະຫຼາຍຊັ້ນ, ກາຍເປັນຮູບແບບການຮ່ວມມືພາກພື້ນໃຫຍ່ທີ່ສຸດໃນໂລກດ້ວຍການກຳເນີດຫຼາຍຂອບເຂດຮ່ວມມືຫຼາຍຝ່າຍ. ເຖິງຢ່າງໃດກໍ່ຕາມ, ເພື່ອໃຫ້ໝາກຜົນການຮ່ວມມືອາຊີ-ເອີລົບ ສົມກັບຄວາມສາມາດບົ່ມຊ້ອນການຮ່ວມມືຂອງສອງທະວີບ, ສອງຝ່າຍຄວນສືບຕໍ່ມານະພະຍາຍາມ, ຊອກຫາ, ຫັນຮູບແບບ, ແບບວິທີການຮ່ວມມືເປັນຫຼາຍຮູບຫຼາຍແບບຢ່າງບໍ່ຢຸດຢັ້ງ ແນໃສ່ນໍາການພົວພັນຂຶ້ນສູ່ລະດັບສູງໃໝ່, ໃນນັ້ນການຮ່ວມມືລະຫວ່າງບັນດາພັກແມ່ນຊ່ອງສໍາຄັນ, ຄວນໄດ້ຮັບການຊຸກຍູ້. ພັກກອມມູນິດຫວຽດນາມ ຖືເລື່ອງເພີ່ມທະວີ ແລະຍົກສູງປະສິດທິຜົນການພົວພັນຕ່າງປະເທດພັກແມ່ນກໍານົດທິດພົວພັນຕ່າງປະເທດທີ່ສໍາຄັນແຖວໜ້າ; ເຊື່ອໝັ້ນວ່າ ການຮ່ວມມືລະຫວ່າງບັນດາພັກການເມືອງ ອາຊີ-ເອີລົບ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສະຖຽນລະພາບ ແລະການພັດທະນາຂອງແຕ່ລະປະເທດ,  ເພື່ອສັນຕິພາບ ແລະຄວາມວັດທະນາຖາວອນຂອງສອງທະວີບ ແລະທົ່ວໂລກ.

ເນື່ອງໃນໂອກາດນີ້, ຄະນະຜູ້ແທນພັກກອມມູນິດຫວຽດນາມ ໄດ້ສົມທົບກັນໄປຢ້ຽມຢາມ ແລະເຮັດວຽກກັບພັກ “ອາກເມນີ ວັດທະນາຖາວອນ” ແລະບັນດາພັກການເມືອງຢູ່ອາກເມນີ.

ໂດຍ: ກວຽດເຕິມ