ເນື່ອງໃນໂອກາດຢ້ຽມຢາມ ສ. ເຊັກ ຢ່າງເປັນທາງການ, ຕອນບ່າຍວັນທີ 16 ເມສາ, ທີ່ນະຄອນຫຼວງ Praha, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມພະນັກງານ, ພາລະກອນສະຖານທູດຫວຽດນາມ ປະຈຳ ສ. ເຊັກ. ລາຍງານຕໍ່ທ່ານນາຍົກລັດຖະມົນຕີ, ທ່ານ ໂຮ່ມິງຕ໊ວນ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສ. ເຊັກ ໃຫ້ຮູ້ວ່າ, ໃນໄລຍະຜ່ານມາ, ໝູ່ຄະນະພະນັກງານ, ພາລະກອນຂອງສະຖານທູດຍາມໃດກໍເຊື່ອມຊຶມທັດສະນະ, ແຜນນະໂຍບາຍການພົວພັນຕ່າງປະເທດຂອງພັກ, ເປົ້າໝາຍພັດທະນາເສດຖະກິດສັງຄົມຂອງປະເທດຊາດເປັນຢ່າງດີ; ປະຕິບັດສຳເລັດວຽກງານການທູດແຫ່ງລັດ, ການທູດປະຊາຊົນເຊິ່ງພັກ, ລັດ ຈັດແບ່ງໃຫ້ເປັນຢ່າງດີ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຢ້ຽມຢາມ ແລະໂອ້ລົມກັບພະນັກງານ, ພາລະກອນສະຖານທູດຫວຽດນາມ ປະຈຳ ສ. ເຊັກ. ພາບ: ສຳນັກຂ່າວສານຫວຽດນາມ.

ປະຈຸບັນ, ສະຖານທູດ ກໍໄດ້ຕັ້ງໜ້າສົມທົບກັບບັນດາອົງການ, ອົງການຈັດຕັ້ງທີ່ກ່ຽວຂ້ອງຈັດຕັ້ງບັນດາການເຄື່ອນໄຫວມຸ່ງໄປເຖິງເຫດການສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດໃນປີ 2020.

ທ່ານ ຫງວຽນຊວນຟຸກ ປາດຖະໜາວ່າສະຖານທູດຈະສືບຕໍ່ເສີມຂະຫຍາຍບົດບາດຂອງຕົນໃນເລື່ອງແນະນຳບັນດານະໂຍບາຍດຶງດູດການລົງທຶນຈາກຕ່າງປະເທດຂອງຫວຽດນາມ ເພື່ອແນໃສ່ປະກອບສ່ວນຊຸກຍູ້ການລົງທຶນ, ຍົກສູງວົງເງິນການຄ້າລະຫວ່າງສອງປະເທດໃຫ້ເໝາະສົມກັບຄວາມສາມາດບົ່ມຊ້ອນຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດ.

ໂດຍ: ສົມເພັດ