ຕອນເຊົ້າວັນທີ 15 ເມສາ, ພາຍຫຼັງພີທີຕ້ອນຮັບຢ່າງສົມກຽດ, ທ່ານ ຫງວຽນຊວນຟຸກ ໄດ້ເຈລະຈາກັບທ່ານນາງ  Viorica Dancila.

leftcenterrightdel
ພິທີຕ້ອນຮັບທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ຈັດຕັ້ງຢ່າງສົມກຽດຢູ່ນະຄອນຫຼວງ Bucharest. ພາບ: ສຳນັກຂ່າວສານຫວຽດນາມ.

ທີ່ການເຈລະຈາ, ການນຳສອງທ່ານໄດ້ສະແດງຄວາມພາກພູມໃຈຕໍ່ການພັດທະນາອັນດີງາມຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຫຼາຍດ້ານຫວຽດນາມ-ໂຣມາເນຍ ໃນເກືອບ 70 ປີຜ່ານມານັບແຕ່ເມື່ອສອງປະເທດສ້າງຕັ້ງການພົວພັນທາງການທູດ ປີ 1950. ທ່ານນາງ Viorica Dancila ຢັ້ງຢືນຖືເປັນສໍາຄັນການພົວພັນກັບຫວຽດນາມ, ເນັ້ນໜັກວ່າການຢ້ຽມຢາມໂຣມາເນຍ ຢ່າງເປັນທາງການຂອງທ່ານ ຫງວຽນຊວນຟຸກ ໃນຄັ້ງນີ້ແມ່ນຂີດໝາຍສຳຄັນໃນການພົວພັນສອງປະເທດ, ຕີລາຄາສູງບັນດາຜົນງານພັດທະນາເສດຖະກິດ-ສັງຄົມ, ການເຊື່ອມໂຍງເຂົ້າກັບສາກົນ ແລະບົດບາດນັບມື້ນັບສູງຂອງຫວຽດນາມຢູ່ພາກພື້ນ ແລະສາກົນ, ປາດຖະໜາວ່າການພົວພັນສອງປະເທດມີບັນດາບາດກ້າວພັດທະນາຢ່າງແຮງ ແລະຮອບດ້ານກວ່າໃນໄລຍະຈະມາເຖິງ.

ນາຍົກລັດຖະມົນຕີສອງທ່ານໄດ້ແລກປ່ຽນກ່ຽວກັບບັນດາມາດຕະການເພື່ອແນໃສ່ຊຸກຍູ້ການຮ່ວມມືສອງຝ່າຍທີ່ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນບັນດາຂົງເຂດການເມືອງ, ການພົວພັນຕ່າງປະເທດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ-ກໍ່ສ້າງ, ວັດທະນະທຳ, ການທ່ອງທ່ຽວ, ກະສິກຳ, ປຸງແຕ່ງສະບຽງອາຫານ.

ນາຍົກລັດຖະມົນຕີສອງທ່ານໄດ້ຕີລາຄາສູງການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດໃນໄລຍະຜ່ານມາ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດ. ຍ້ອນເຫດນັ້ນ, ນາຍົກລັດຖະມົນຕີສອງທ່ານຖືນີ້ແມ່ນທິດທາງຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ, ສອງຝ່າຍຄວນສົມທົບກັນຜັນຂະຫຍາຍບັນດາໂຄງການຮ່ວມມືຢ່າງແທດຈິງ ແລະມີປະສິດທິຜົນ.

ພາຍຫຼັງການເຈລະຈາ, ທ່ານ ຫງວຽນຊວນຟຸກ ແລະທ່ານນາງ Viorica Dancila ໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືໃນຂົງເຂດກະສິກຳ, ສັດຕະວະແພດລະຫວ່າງກະຊວງກະສິກໍາ ແລະພັດທະນາຊົນນະບົດຫວຽດນາມ ກັບກະຊວງກະສິກຳ ແລະພັດທະນາຊົນນະບົດໂຣມາເນຍ, ອົງການແຫ່ງຊາດກ່ຽວກັບຄວາມປອດໄພດ້ານສະບຽງອາຫານ, ສຸຂະອະນາໄມດ້ານສັດຕະວະແພດໂຮມາເນຍ.

ໂດຍ: ສົມເພັດ