ຄຳວ່າ: ໄມຕີຈິດມິດຕະພາບຍິ່ງມີຄວາມສໍາຄັນຫຼາຍ, ເຊິ່ງຄໍາດັ່ງກ່າວນີ້ແມ່ນມີມາແຕ່ດົນນານມີແຜ່ນດິນຫວຽດນາມ ກໍ່ໄດ້ຍິນຄຳນີ້, ມີແຜ່ນດິນລາວ ກໍ່ໄດ້ຍິນຄຳນີ້. ແຕ່ຄໍາດັ່ງກ່າວໃນເວລານັ້ນຍັງບໍ່ທັນຖືກເປີດເຜີຍຢ່າງກວ້າງຂວາງ. ສະນັ້ນເພື່ອສືບຕໍ່ເສີມຂະຫຍາຍຄຳວ່າ: ໄມຕີຈິດມິດຕະພາບລາວ-ຫວຽດນາມ ໃຫ້ໄດ້ທາງກວ້າງ, ທາງເລິກ, ທາງລະດັບສູນກາງ ແລະທ້ອງຖິ່ນ ເພື່ອຜົນປະໂຫຍດຂອງສອງຊາດລາວ-ຫວຽດນາມ ໃຫ້ເປັນຮູບປະທໍາຍິ່ງໆຂຶ້ນ. ດັ່ງຄຳເວົ້າຂອງປະທານ ໂຮ່ຈິມິນ ຜູ້ນໍາທີ່ແສນເຄົາລົບຮັກຂອງສອງຊາດຫວຽດນາມ-ລາວ ທີ່ວ່າ:  “ຮັກຫອມກັນໝາຍໝັ້ນຫຼາຍສັນພູກໍ່ປີນໄຕ່; ຫຼາຍນໍ້າໃຫຍ່ ແລະໂຄກຄ້ອຍຂວາງຂັ້ນກໍ່ດຸ່ງໄປສອງຊາດລາວ-ຫວຽດນາມ ໄດ້ຝັງຄວາມຮັກໃນໃຈຮົງຮາທັງແມ່ຂອງບໍ່ເລິກປຸນປານໄດ້” ແລະປະທານໄກສອນ ພົມວິຫານ ກໍ່ໄດ້ເວົ້າວ່າ: “ເຖິງວ່າພູຈະເຊາະເຈື່ອນແມ່ນໍ້າລໍາເຊຈະເຫືອດແຫ້ງແຕ່ສາຍພົວພັນມິດຕະພາບລາວ-ຫວຽດນາມ ຈະໝັ້ນຄົງຂະນົງແກ່ນຊົ່ວກາລະນານ”.

leftcenterrightdel
ປະທານ ໂຮ່ຈິມິນ ແລະປະທານ ໄກສອນ ພົມວິຫານ. ພາບເອກະສານ.

ລາວ-ຫວຽດນາມ ເປັນສອງປະເທດບ້ານໃກ້ເຮືອນຄຽງມີຊາຍແດນຮ່ວມກັນຍາວກວ່າ 2.000 ກິໂລແມັດ ພ້ອມກັນອີງຫຼັງໃສ່ສາຍພູຫຼວງຮ່ວມກັນຊົມໃຊ້ແມ່ນໍ້າລໍາເຊ, ພູຜາປ່າດົງ, ດິນດອນຕອນຫຍ້າ ເພື່ອດໍາລົງຊີວິດໃນບັ້ນດຳເນີນການຕໍ່ສູ້ຜູ້ຮຸກຮານ. ປະຊາຊົນສອງຊາດລາວ-ຫວຽດນາມ, ມີມູນເຊື້ອໄປມາຫາສູ່ແລກປ່ຽນສິນຄ້າແລກປ່ຽນວັດທະນະທຳນໍາກັນ, ມີອຸດົມຄະຕິ ແລະມີຄວາມມຸ່ງມາດປາດຖະໜາອັນດຽວກັນ ຄື: ຢາກມີຄວາມເປັນເອກະລາດ, ສັນຕິພາບ ແລະຮັ່ງມີຜາສຸກ. ປະຊາຊົນສອງຊາດລາວ-ຫວຽດນາມ ມີມູນເຊື້ອຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະກັນມາເປັນພັນໆປີໃນການກໍ່ຕັ້ງ ແລະປົກປັກຮັກສາປະເທດຊາດຂອງໃຜລາວ. ຈາກມູນເຊື້ອຄວາມຜູກພັນ, ຄວາມສາມັກຄີ ແລະການຊ່ວຍເຫຼືອເຊິ່ງກັນ ແລະກັນນັ້ນ, ຈິ່ງໄດ້ກາຍເປັນຄວາມສາມັກຄີແບບພິເສດ ແລະຮ່ວມມືຮອບດ້ານຂອງສອງຊາດລາວ-ຫວຽດນາມ ເພື່ອດຳເນີນພາລະກິດປະຕິວັດຕໍ່ສູ້ກອບກູ້ເອົາເອກະລາດມາສູ່ກໍາມືປະຊາຊົນ.

ໂດຍຢຶດໝັ້ນໃນແສງສະຫວ່າງຂອງສອງປະທານທີ່ກ່າວໄວ້ນັ້ນ, ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຈິ່ງນັບມື້ນັບໄດ້ຮັບການຮ່ວມມືແໜ້ນແຟ້ນຂຶ້ນເລື້ອຍໆ. ກອງທັບລາວ-ຫວຽດນາມ ໄດ້ຖືເອົາຄຳເວົ້າຂອງສອງປະທານເປັນປັດໄຈສໍາຄັນໃນການຮ່ວມມືໂດຍສະເພາະແມ່ນໃນໄລຍະດຳເນີນການຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮານ. ລາວ ແລະຫວຽດນາມ ໄດ້ຕັດສິນໃຈຢ່າງເດັດດ່ຽວເດັດຂາດຕໍ່ສູ້ຢ່າງບໍ່ຍອມຈໍານົນ ເພື່ອຮັກສາຊັບສົມບັດອັນລໍ້າຄ່າຂອງສອງຊາດໄວ້ໃຫ້ລູກຫຼານ, ເຊິ່ງໃນໄລຍະນັ້ນແມ່ນພາຍໃຕ້ການນໍາພາຂອງພັກກອມມູນິດອິນດູຈີນ, ຕໍ່ຈາກການນໍາພາຂອງພັກກອມມູນິດອິນດູຈີນ ແມ່ນພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ. ໂດຍແມ່ນປະທານ ໂຮ່ຈິມິນ ແລະປະທານ ໄກສອນ ພົມວິຫານ ເປັນຜູ້ລິເລີ່ມ. ໃນໄລຍະທ້າຍສັດຕະວັດທີ 19 ຫາຕົ້ນສັດຕະວັດທີ 20 ແມ່ນເປັນໄລຍະແຫ່ງການຕໍ່ສູ້ຕ້ານຈັກກະພັດຝະຣັ່ງ ແລະອາເມລິກາ ປະຊາຊົນສອງຊາດລາວ-ຫວຽດນາມ ໄດ້ພ້ອມກັນລຸກຮືຂຶ້ນຕໍ່ສູ້ຢ່າງອາດຫານຊານໄຊ, ລາວ ແລະຫວຽດນາມ ໄດ້ຮ່ວມສໍາພັນສູ້ຮົບຢູ່ຂຸມຄອງດຽວກັນ ເຂົ້າເມັດຫັກຜັກເສັ້ນໜຶ່ງກໍ່ແບ່ງປັນກັນກິນ ເພື່ອຕີຕ້ານກັບສັດຕູຜູ້ຮຸກຮານ.

ຈາກການຮ່ວມມືທີ່ແຂງແກ່ນສອງກອງທັບລາວ ແລະຫວຽດນາມ ປະສົບຜົນສໍາເລັດໃນແຕ່ລະໄລຍະໃນນັ້ນຫວຽດນາມ ໄດ້ເຮັດສໍາເລັດການປະຕິວັດເດືອນສິງຫາ ແລະປະກາດເອກະລາດ ໃນວັນທີ 2 ກັນຍາ 1945; ສ່ວນລາວ ກໍ່ໄດ້ປະກາດເອກະລາດ ໃນວັນທີ 2 ຕຸລາ 1945. ຈາກໄຊຊະນະດັ່ງກ່າວໄດ້ກາຍເປັນພື້ນຖານໃຫ້ແກ່ສອງຊາດໃນການກະກຽມເງື່ອນໄຂຕ່າງໆ, ເພື່ອປົດປ່ອຍຖານທີ່ໝັ້ນອັນສໍາຄັນໂດຍສະເພາະໃນວັນທີ 7 ພຶດສະພາ 1954 ສາມາດປົດປ່ອຍດ້ຽນບຽນຝູ ເຊິ່ງເປັນຖານທີ່ໝັ້ນທີ່ເຂັ້ມແຂງ; ໄຊຊະນະໃນບັ້ນຮົບດ້ຽນບຽນຝູໄດ້ສ້າງທ່າແຮງ    ແລະກຳລັງແຮງອັນໃໝ່ໃຫ້ແກ່ການເຕີບໃຫຍ່ຂະຫຍາຍຕົວທາງດ້ານຈຳນວນ ແລະຄຸນນະພາບ. ນອກນັ້ນໄຊະນະບັ້ນຮົບດຽນບຽນຝູ ຍັງເປັນບ່ອນອີງທີ່ໜັກແໜ້ນໃຫ້ແກ່ການປະຕິວັດລາວ ໃນການປົດປ່ອຍທົ່ງໄຫຫີນຊຽງຂວາງຢ່າງສົມບູນ.

leftcenterrightdel
ທະຫານອາສາສະໝັກຫວຽດນາມ ແລະປະຊາຊົນລາວບັນດາເຜົ່າ. ພາບເອກະສານ.

ໃນໄລຍະພາລະກິດຕໍ່ສູ້ກອບກູ້ເອົາເອກະລາດນັ້ນກອງທັບປະຊາຊົນລາວ-ກອງທັບປະຊາຊົນຫວຽດນາມ, ກໍ່ໄດ້ຄຽງບ່າຄຽງໄຫຼ່ເຮັດໜ້າທີ່ອັນສໍາຄັນເພື່ອປົກປັກຮັກສາຜືນແຜ່ນດິນອັນແສນຮັກຂອງຕົນ, ບໍ່ໃຫ້ສັດຕູໂຕໃດມາຢຽບຢໍາທໍາລາຍຄວາມເປັນຊາດຂອງຕົນໄດ້. ເນື່ອງຈາກສາຍພົວພັນໄມຕີຈິດມິດຕະພາບລາວ-ຫວຽດນາມ, ຫວຽດນາມ-ລາວ ເປັນປັດໄຈຕັດສິນໄຊຊະນະການປະຕິວັດຂອງແຕ່ລະປະເທດມັນແມ່ນກົດເກນແຫ່ງການຄົງຕົວ ແລະຂະຫຍາຍຕົວໃນປັດຈຸບັນ ແລະອະນາຄົດ. ລັດຖະບານຂອງສອງຊາດລາວ-ຫວຽດນາມ ຈິ່ງໄດ້ສ້າງຕັ້ງສາຍພົວພັນການທູດໃນວັນທີ 5 ກັນຍາ 1962 ເຊິ່ງເປັນຂີດໝາຍແຫ່ງສາຍພົວພັນດ້ານລັດຢ່າງເປັນທາງການທີ່ຖືກຕ້ອງຕາມກົດໝາຍ. ສາຍພົວພັນດັ່ງກ່າວໄດ້ຝັງເລິກໃນດວງໃຈຂອງຄົນລາວ-ຫວຽດນາມ ຕະຫຼອດມາ, ເຮັດໃຫ້ທຸກສະໜາມຮົບໄດ້ຮັບໄຊຊະນະເປັນກ້າວໆ, ໂດຍສະເພາະໃນໄລຍະປີ 1967-1973 ກອງທັບ ແລະປະຊາຊົນສອງຊາດໄດ້ສໍາພັນສູ້ຮົບຕ້ານສົງຄາມພິເສດ ແລະສົງຄາມເພີ່ມທະວີຂອງອາເມລິກາ ແລະລູກແຫຼ້ງຕີນມືໃນບັ້ນຮົບກູ້ກຽດ, ບັ້ນຮົບທະນົງກຽດ, ບັ້ນຮົບພູກູດ, ບັ້ນຮົບສາມສອນ, ບັ້ນຮົບສອນໄຊ, ບັ້ນຮົບລາມເຊິນ 719 ແລະບັ້ນຮົບອື່ນໆ. ໃນຂະນະດຽວກັນນັ້ນ, ຝ່າຍລາວ ເຮົາໄດ້ສ້າງທຸກເງື່ອນໄຂເພື່ອອຳນວຍຄວາມສະດວກໃຫ້ແກ່ຝ່າຍຫວຽດນາມ ເສີມຂະຫຍາຍທ່າແຮງການຕໍ່ສູ້ປົດປ່ອຍ ແລະທ້ອນໂຮມປະເທດຊາດເປັນເອກະພາບ. ພິເສດລາວໄດ້ອະນຸຍາດໃຫ້ຫວຽດນາມ ເປີດເສັ້ນທາງໂຮ່ຈິມິນ ຜ່ານດິນລາວ ທີ່ມີຄວາມຍາວ 100 ກວ່າກິໂລແມັດ ເຊິ່ງເປັນເສັ້ນທາງທີ່ລືຊື່ໄປທົ່ວໂລກພາຍຫຼັງໄຊຊະນະອັນເປັນປະຫວັດສາດແຫ່ງການປົດປ່ອຍໄຊກ່ອນ.

ຍ້ອນໄມຕີຈິດມິດຕະພາບ ແລະຄວາມສາມັກຄີແບບພິເສດຂອງສອງກອງທັບ ແລະປະຊາຊົນສອງຊາດ, ຕໍ່ສູ້ບໍ່ຍອມຈຳນົນ, ເດັດດຽວເດັດຂາດເສຍສະຫຼະອັນສູງສົ່ງ, ເອົາຊີວິດສ່ຽງເປັນສ່ຽງຕາຍ ແລະການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະກັນດ້ວຍຄວາມເປັນທຳຈ່ິງກາຍເປັນກຳລັງແຮງອັນໃຫຍ່ຫຼວງເຮັດໃຫ້ສອງຊາດລາວ-ຫວຽດນາມ ໄດ້ຮັບໄຊຊະນະ ແລະກ້າວໄປເຖິງການປົດປ່ອຍຢ່າງສົມບູນໃນປີ 1975. ທັງໝົດນີ້ໄດ້ສະແດງໃຫ້ເຫັນຢ່າງເປັນຮູບປະທຳວ່າ: ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ແລະຄວາມສາມັກຄີແບບພິເສດລະຫວ່າງລາວ-ຫວຽດນາມ ນັ້ນ; ບໍ່ແມ່ນເກີດຂຶ້ນໂດຍບັງເອີນແຕ່ຫາກໄດ້ຜ່ານການທົດສອບຢ່າງຂ້ຽວຂາດທີ່ສຸດໃນແປວໄຟຂອງສົົງຄາມຕໍ່ສູ້ອັນດຸເດືອດ, ມັນເກີດຂຶ້ນຈາກເລືອດ ແລະນໍ້າຕາແຫ່ງຄວາມເສຍສະຫຼະ ແລະຄວາມຮັກແພງກັນອັນດູດດື່ມບົນຈິດໃຈສະຫາຍອ້າຍນ້ອງຢ່າງແທ້ຈິງ. ຍ້ອນຄວາມຮຽກຕ້ອງການໃນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ. ເນື່ອງຈາກວ່າ ລາວ-ຫວຽດນາມ ລ້ວນແຕ່ພົບຄວາມຫຍຸ້ງຍາກຈິ່ງໄດ້ຕົກລົງເຊັນສົນທິສັນຍາມິດຕະພາບ ແລະຮ່ວມມືນໍາກັນໃນວັນທີ 18 ກໍລະກົດ 1977 ໂດຍແມ່ນປະທານ ໄກສອນ ພົມວິຫານ ປະທານສະພາລັດຖະມົນຕີ ແລະທ່ານ ຟ້າມວັນດົງ ນາຍົກລັດຖະມົນຕີຫວຽດນາມ ເປັນຜູ້ລົງນາມ. ທັງໝົດນີ້ ກໍ່ເພື່ອສືບຕໍ່ພົວພັນກັນຢ່າງສະໜິດແໜ້ນໃຫ້ການສະໜັບສະໜູນຊ່ວຍເຫຼືອກັນ ແລະຮ່ວມມືກັນໃນດ້ານຕ່າງໆ.

ຈາກນັ້ນມາ, ການຮ່ວມມືຮອບດ້ານໄດ້ເລີ່ມຕົ້ນສັກກະລາດໃໝ່, ໃນເງື່ອນໄຂໃໝ່. ການນໍາແຕ່ລະຮຸ່ນຂອງສອງພັກ-ສອງລັດ, ສອງກອງທັບ ແລະປະຊາຊົນສອງປະເທດ, ກໍ່ໄດ້ເອົາໃຈໃສ່ປັບປຸງເສີມຂະຫຍາຍໃຫ້ກາຍເປັນການພົວພັນສາມັກຄີອັນບໍລິສຸດຜຸດຜ່ອງທີ່ຫາໄດ້ຍາກໃນການພົວພັນສາກົນ ແລະກາຍເປັນມໍລະດົກອັນລໍ້າຄ່າຂອງສອງຊາດລາວ-ຫວຽດນາມ. ດ້ານການເມືອງ, ການຕ່າງປະເທດໄດ້ຮັບການປັບປຸງ ແລະເສີມຂະຫຍາຍຢ່າງໜັກແໜ້ນ, ສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ. ຄວາມຜູກພັນລະຫວ່າງການນໍາ ແລະປະຊາຊົນສອງປະເທດນັບມື້ນັບກ້າວເຂົ້າສູ່ລວງເລິກກວ່າເກົ່າ, ບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງທ້ອງຖິ່ນຂອງສອງປະເທດໄດ້ເພີ່ມທະວີການພົບປະແລກປ່ຽນບົດຮຽນ, ປະສານສົມທົບ ແລະເປີດກວ້າງການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະກັນຢ່າງແທດເໝາະກັບຕົວຈິງ ແລະມີປະສິດທິຜົນ. ສາຍພົວພັນມິດຕະພາບ ແລະຄວາມສາມັກຄີແບບພິເສດຍິ່ງໄດ້ຮັບການເພີ່ມພູນຄູນສ້າງໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ.

ໂດຍ: ໂສພາ ສໍພະໄຊ