ບັນດາແມ່ຮັກ ຫວຽດນາມ ແລະລາວ

ຈາກແຂວງຫົວພັນ, ຄະນະພວກຂ້າພະເຈົ້າ  ໄດ້ໄປເຖິງນະຄອນຫຼວງວຽງຈັນ ດ້ວຍໄລຍະທາງກວ່າ 600 ກິໂລແມັດ. ຕາມເສັ້ນທາງໄປນັ້ນ, ພວກຂ້າພະເຈົ້າຢຸດຜັກຜ່ອນຢູ່ແຂວງຊຽງຂວາງ, ຢ້ຽມຊົມທົ່ງໄຫຫີນ ເຊິ່ງເປັນສະໜາມຮົບຕໍ່ສູ້ຢ່າງດຸເດືອດໃນເມື່ອກ່ອນຂອງກອງທັບປົດປ່ອຍປະຊາຊົນລາວທີ່ຄຽງບ່າຄຽງໄຫຼ່ກັບທະຫານອາສາສະໝັກຫວຽດນາມ ໃນການຕໍ່ສູ້ຕ້ານຈັກກະພັດອາເມລິກາ. ສໍາລັບຂ້າພະເຈົ້າແລ້ວ, ນີ້ເປັນຄັ້ງທໍາອິດທີ່ໄດ້ມາຢ້ຽມຢາມທົ່ງໄຫຫີນແຕ່ພັດມີຄວາມຮູ້ສຶກໃກ້ຊິດສະໜິດສະໜົມທີ່ສຸດ ແລະເຕັມໄປດ້ວຍຄວາມຕື້ນຕັນໃຈ.

leftcenterrightdel
ປະທານ ໂຮ່ຈິມິນ ແລະປະທານ ໄກສອນ ພົມວິຫານ. ພາບເອກະສານ.

ໃນການພົບປະຄັ້ງນີ້ໂດຍບໍລິສັດ Star Telecom (ຮ່ວມທຸລະກິດລະຫວ່າງກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມນະມາຄົມກອງທັບ Viettel) ຂອງກອງທັບປະຊາຊົນຫວຽດນາມ ແລະ Lao Asia Telecom ຂອງກອງທັບປະຊາຊົນລາວ ຈັດຕັ້ງຢູ່ນະຄອນຫຼວງວຽງຈັນ. ທ່ານພັນເອກ ບີມົວ ໄຟດາເຢຍຈາ, ຮອງຜູ້ອໍານວຍການໃຫຍ່ຝ່າຍບໍລິຫານ-ບຸກຄະລາກອນ ໄດ້ກອດຂ້າພະເຈົ້າ ແລະເວົ້າດ້ວຍຄວາມຕື້ນຕັນໃຈວ່າ: “ບ້ານເກີດເມືອງນອນຂ້າພະເຈົ້າຢູ່ແຂວງຊຽງຂວາງ. ພໍ່ຂ້ອຍເປັນພະນັກງານປະຕິວັດທີ່ເສຍສະຫຼະຊີວິດຢູ່ທົ່ງໄຫຫີນໃນປີ 1967 ໃນຂະນະທີ່ພ້ອມກັບທະຫານຫວຽດນາມຕໍ່ສູ້ຢູ່ທີ່ນີ້. ຄາວນັ້ນ, ຈັກວ່າພໍ່ຂອງຂ້ອຍ ແລະພໍ່ຂອງເຈົ້າຮູ້ຈັກກັນຊ້ຳຕີ...”.

ທ່ານ ບີມົວ ໄຟດາເຢຍຈາ ແບ່ງປັນວ່າ: ພໍ່ອ້າຍເສຍສະຫຼະຊີວິດເມື່ອລາວມີອາຍຸພຽງແຕ່ 8 ປີເທົ່ານັ້ນ. 2 ປີຕໍ່ມາ, ລາວພ້ອມກັບຄະນະຄູອາຈານ, ນັກຮຽນຂອງແຂວງຊຽງຂວາງ ໄປຮຽນຢູ່ໂຮງຮຽນຊົນເຜົ່າເມືອງແທງຖຸຍ, ແຂວງຫວິງຟຸກ (ປັດຈຸບັນແມ່ນແຂວງຟູ໋ເຖາະ) ຂອງຫວຽດນາມ. ສະໄໝນັ້ນ, ສະເພາະໂຮງຮຽນ T1 ທີ່ອ້າຍ ບີມົວ ຮຽນຢູ່ນັ້ນມີນັກຮຽນລາວກວ່າ 1.000 ຄົນ. ເມື່ອຍົກຍ້າຍມາ, ອ້າຍ ບີມົວ ແລະໝູ່ຄົນໜຶ່ງໄດ້ຮັບການລ້ຽງດູ ແລະຊ່ວຍເຫຼືອຈາກຄອບຄົວຫວຽດນາມ ຄອບຄົວໜຶ່ງ. ຄອບຄົວພໍ່ແມ່ຮັກຂອງຂ້າພະເຈົ້າມີລູກສາມຄົນ, ອ້າຍກົກມີອາຍຸລຸ້ນລາວຄາວດຽວກັບພວກຂ້າພະເຈົ້າ, ນ້ອງຫຼ້າແມ່ນປະມານ 3, 4 ປີນີ້ແຫຼະ. ແມ່ຮັກຍາມໃດກໍ່ເອົາໃຈໃສ່ ແລະເບິ່ງແຍງດູແລພວກຂ້າພະເຈົ້າຄືກັບລູກຄີງຂອງເພິ່ນ”. 

ເລື່ອງລາວຂອງອ້າຍ ບີມົວ ໄຟດາເຢຍຈາ ເຮັດໃຫ້ຂ້າພະເຈົ້າຄິດເຖິງເລື່ອງລາວໃນສອງສາມມື້ກ່ອນທີ່ຢູ່ຫົວພັນ. ຕອນຄໍ່າມື້ນັ້ນ, ໂດຍໄດ້ຮັບຄໍາເຊີນ, ພວກຂ້າພະເຈົ້າ ໄດ້ໄປຢາມເຮືອນອ້າຍ ເຈິ່ນວັນດຶກ, ຜູ້ອໍານວຍການບໍລິສັດກໍ່ສ້າງຕິດຕັ້ງໄຟຟ້າດຶກຮັ່ງ, ເກີດຢູ່ບ້ານຈ້ຽວເຊີນ, ແຂວງແທັງຮວ໊າ, ໄປທໍາມາຫາກິນຢູ່ແຂວງຫົວພັນ ໄດ້ກວ່າ 10 ປີແລ້ວ. ເມື່ອໄປຢ້ຽມຢາມເຮືອນອ້າຍ ດຶກ ພວກຂ້າພະເຈົ້າໄດ້ພົບກັບທ່ານນາງ ແພງ ກັນຍາພິນ ຮອງເລຂາພັກແຂວງ, ຮອງເຈົ້າແຂວງໆຫົວພັນ ໂດຍບັງເອີນເຊິ່ງຄະນະຂອງພວກຂ້າພະເຈົ້າຫາກໍ່ເຮັດວຽກກັບເພິ່ນໃນມື້ກ່ອນ. ຄືແຕ່ວ່າລາວເຂົ້າໃຈຕໍ່ຄວາມຕົກສະເງີ້ຂອງພວກຂ້າພະເຈົ້າ, ອ້າຍດຶກ ຍິ້ມຫົວ ແລະອະທິບາຍວ່າ: “ນີ້ແມ່ນແມ່ຮັກຂອງນ້ອງ. ເມື່ອຫາກໍ່ມາທໍາມາຫາກິນຢູ່ທີ່ນີ້, ນ້ອງຍັງພົບຄວາມຫຍຸ້ງຍາກ, ຄາວນັ້ນແມ່ຮັກເພິ່ນກໍ່ຍັງປະສົບກັບຄວາມຫຍຸ້ງຍາກຄືກັນແຕ່ເພິ່ນກໍ່ໄດ້ອຸ້ມຊູຊ່ວຍເຫຼືອນ້ອງ, ຖືນ້ອງເປັນລູກຮັກໃນຄອບຄົວ. ແມ່ມີລູກສາວ 3 ຄົນ, ນ້ອງຄືລູກຊາຍກົກຂອງແມ່”.

ເລື່ອງລາວຂອງອ້າຍ ບີມົວ ໄຟດາເຢຍຈາ ແລະອ້າຍ ເຈິ່ນວັນດຶກ ແມ່ນສອງໃນບັນດາເລື່ອງລາວທີ່ພວກຂ້າພະເຈົ້າໄດ້ຟັງ ແລະເຫັນກັບຕາໃນການເດີນທາງໄປຢ້ຽມຢາມຄັ້ງນີ້ແລ້ວມີຄວາມສະເທືອນໃຈ. ບັນດາຜູ້ຄົນ ແລະເລື່ອງລາວລະອຽດນັ້ນໄດ້ເປັນພະຍານຫຼັກຖານໃຫ້ແກ່ອາລົມຈິດ ແລະສາຍພົວພັນແບບພິເສດຫວຽດນາມ - ລາວ; ລາວ-ຫວຽດນາມ. ມັນໄດ້ຂ້າມຜ່ານການພົວພັນທາງການທູດທີ່ທໍາມະດາ, ກາຍເປັນອາລົມຈິດຂອງຄອບຄົວທີ່ມີຄວາມໃກ້ຊິດສະໜິດສະໜົມ ແລະສັກກາລະບູຊາ.

ຮັກຫອມກັນໝາຍໝັ້ນປຽບເໝືອນສາຍພູຫຼວງ

ໃນໂລກ, ໃນການຕໍ່ສູ້ເພື່ອຍືນຍົງຄົງຕົວ ແລະພັດທະນາຂອງບັນດາປະເທດ, ບັນດາຊົນຊາດ... ບັນດາການພົວພັນພັນທະມິດການຮ່ວມມືທີ່ເຄີຍປະກົດຕົວດ້ວຍບັນດາຮູບການ, ເນື້ອໃນທີ່ແຕກຕ່າງກັນ. ແຕ່ສາມາດເວົ້າໄດ້ວ່າ, ຍາກທີ່ຈະມີບ່ອນໃດ ແລະຍາມໃດທີ່ມີການພົວພັນສາມັກຄີ, ການຮ່ວມມືຍືນຍົງຄົງຕົວຍາວນານ, ເປັນແບບຢ່າງບໍລິສຸດຜຸດຜ່ອງຄືກັບການພົວພັນຍຸດທະສາດ ຫວຽດນາມ-ລາວ; ລາວ-ຫວຽດນາມ.

ການພົວພັນນັ້ນໄດ້ທົດສອບຜ່ານບັນດາໄລຍະປະຫວັດສາດ, ພິເສດແມ່ນໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝະຣັ່ງ ແລະຈັກກະພັດອາເມລິກາທີ່ເຂົ້າມາຮຸກຮານ, ການພົວພັນສາມັກຄີ, ການຮ່ວມສໍາພັນສູ້ຮົບຫວຽດນາມ-ລາວ ໄດ້ຮັບການເພີ່ມພູນຄູນສ້າງ ແລະຍົກສູງກາຍເປັນກົດເກນແຫ່ງການຍືນຍົງຄົງຕົວ, ພັດທະນາ, ເປັນປັດໄຈພື້ນຖານຮັບປະກັນໄຊຊະນະຂອງການປະຕິວັດຢູ່ແຕ່ລະປະເທດ ແລະທັງສອງປະເທດ.

leftcenterrightdel
ມູມໜຶ່ງຢູ່ທົ່ງໄຫຫີນຊຽງຂວາງ - ສະຖານທີ່ທ່ອງທ່ຽວທາງປະຫວັດສາດ, ວັດທະນະທໍາທີ່ເປັນເອກະລັກສະເພາະ, ສະໜາມຮົບເກົ່າຂອງການຮ່ວມສໍາພັນສູ້ຮົບລາວ-ຫວຽດນາມ. ພາບ: ຈ້ອງຫາຍ.

ກ່ຽວກັບລັກສະນະພິເສດຂອງການພົວພັນນີ້, ເມື່ອຍັງມີຊີວິດຢູ່, ປະທານ ໄກສອນ ພົມວິຫານ ເຄີຍເວົ້າວ່າ: “ຂ້າພະເຈົ້າ ຍັງຈື່ການເຮັດວຽກຢູ່ເຮືອນ ລຸງໂຮ່ ໃນມື້ນັ້ນໄດ້ດີທີ່ສຸດ. ເມື່ອປຶກສາຫາລືກ່ຽວກັບການພົວພັນລະຫວ່າງສອງພັກ, ສອງລັດ ແລະລະຫວ່າງປະຊາຊົນສອງປະເທດ, ລຸງໂຮ່ ແລະພວກຂ້າພະເຈົ້າລ້ວນແຕ່ເຫັນວ່າ, ນອກຈາກການພົວພັນລະຫວ່າງສອງພັກທີ່ຮ່ວມອຸດົມການກອມມູນິດດຽວກັນແລ້ວ, ລະຫວ່າງສອງປະເທດສັງຄົມນິຍົມຖານບ້ານໃກ້ເຮືອນຄຽງ, ການພົວພັນລະຫວ່າງສອງພັກ ແລະປະຊາຊົນສອງປະເທດພວກເຮົາຍັງໄດ້ໃກ້ຊິດສະໜິດຕິດພັນທີ່ບໍ່ຄືປະເທດໃດໆ... ລຸງໂຮ່ ເອົາມືແປະໃສ່ໜ້າຜາກແລ້ວເວົ້າວ່າ: “ພວກເຮົາຕ້ອງເອີ້ນການພົວພັນນີ້ວ່າແມ່ນການພົວພັນພິເສດ”.

ໃນບັນດາການພົບປະ, ເຮັດວຽກຢູ່ປະເທດລາວໃນຄັ້ງນີ້, ພວກຂ້າພະເຈົ້າມີຄວາມຮູ້ສຶກກ່ຽວກັບສາຍພົວພັນແບບພິເສດນັ້ນຕື່ມອີກ. ຂ້າພະເຈົ້າຍັງຈື່ໄດ້ໃນມື້ຕ້ອນຮັບຄະນະ, ທ່ານນາງ ແພງ ກັນຍາພິນ, ຮອງເລຂາພັກແຂວງ, ຮອງເຈົ້າແຂວງໆຫົວພັນ ຢືນຢັນວ່າ: “ຂ້າພະເຈົ້າໄດ້ໄປຫຼາຍປະເທດແລ້ວແຕ່ບໍ່ມີບ່ອນໃດມີການພົວພັນຄືກັບການພົວພັນລາວ-ຫວຽດນາມ. ສາຍພົວພັນນັ້ນແມ່ນອີງໃສ່ຄວາມເຂົ້າໃຈຢ່າງເລິກເຊິ່ງເຖິງຖອງ, ຄວາມຮັກແພງອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະກັນໃນທຸກສະພາບການ, ຍາມໃດກໍ່ເຊື່ອໝັ້ນ ແລະຖືເປັນຄອບຄົວດຽວກັນ.

ເມື່ອເວົ້າເຖິງການພົວພັນແບບພິເສດຫວຽດນາມ - ລາວ, ລາວ - ຫວຽດນາມ ແລ້ວ, ສະຫາຍພົນຕີ ສອນທອງ ພົມລາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ເລົ່າອານຸສອນດີງາມຫຼາຍຢ່າງຂອງຕົນກັບຫວຽດນາມໃຫ້ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ຟັງວ່າ, “ຂ້າພະເຈົ້າເປັນລູກຂອງຄອບຄົວປະຕິວັດ, ຄາວຍັງນ້ອຍ, ເຮືອນຂ້າພະເຈົ້າມີທະຫານຫວຽດນາມ ມາຢູ່ນຳ. ຫຼາຍເທື່ອ, ຂ້າພະເຈົ້າເຫັນພໍ່ ແລະທະຫານຫວຽດນາມລົມກັນດ້ວຍພາສາຫວຽດນາມ. ເມື່ອຂ້າພະເຈົ້າຮຽນຈົບຈາກລັດເຊຍມາ, ຖືກຊັບຊ້ອນໄປເຮັດວຽກງານແນວຄິດ, ພໍ່ຂ້ອຍເວົ້າວ່າ: “ລູກຢາກເຮັດໜ້າທີ່ເປັນພະນັກງານແນວຄິດທີ່ດີນັ້ນ, ລູກຕ້ອງຮຽນພາສາຫວຽດນາມໃຫ້ເກັ່ງ”. ຈາກນັ້ນມາ, ຂ້າພະເຈົ້າຕັດສິນໃຈຮຽນພາສາຫວຽດ. ຂ້າພະເຈົ້າບໍ່ພຽງແຕ່ຮຽນພາສາຫວຽດເທົ່ານັ້ນ, ຫາກຍັງລູກຊາຍ ແລະລູກເຂີຍຂອງຂ້າພະເຈົ້າກໍ່ຮຽນຢູ່ຫວຽດນາມອີກດ້ວຍ. ສະຫາຍພົນຕີ ສອນທອງ ພົມລາວົງ ຄິດຄືນ.

ສິ້ນສຸດການເດີນທາງໄປປະຕິບັດງານຢູ່ລາວໃນຄັ້ງນີ້ຂອງຄະນະນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ, ກໍ່ແມ່ນເວລາທີ່ປີໃໝ່ປີກຸນ 2019 ວຽນມາ. ບັນດາສາຍຕາທີ່ຄິດຮອດຄິດເຖິງ, ອາໄລອາວອນ, ອາລົມຈິດ ແລະຄໍາອວຍພອນອັນດີງາມທີ່ໄດ້ຝັງເລິກຢູ່ດວງໃນໃຈພວກຂ້າພະເຈົ້າເມື່ອກັບຫວຽດນາມ.

ໂດຍ: ໄຊຊະນະ