ໄດ້ມາຢ້ຽມຢາມຫວຽດນາມຫຼາຍຄັ້ງແລ້ວ, ແຕ່ທ່ານຫົວໜ້າຄະນະ ທອງວັນ ທອງດີ, ເຊິ່ງແມ່ນຫົວໜ້າພະແນກໂຄສະນາ ແລະນໍາທ່ຽວ, ຫໍພິພິທະພັນ ໄກສອນ ພົມວິຫານ ແບ່ງປັນວ່າ ມາຢ້ຽມຢາມຫວຽດນາມໃນແຕ່ລະເທື່ອນັ້ນຕົນເອງບໍ່ມີເງື່ອນໄຂໄດ້ໄປຢ້ຽມຢາມບັນດາສະຖານທີ່ເຊິ່ງບັນດາຜູ້ນຳເຄີຍຮໍ່າຮຽນ ແລະເຄື່ອນໄຫວຢູ່ບັນດາແຂວງ, ນະຄອນຂອງຫວຽດນາມ ຄື: ເຊີນລາ, ຮວ່າບິ່ງ, ໄທງວຽນ, ຕວຽນກວາງ, ຊ້ຳບໍ່ໜຳໂຮງຮຽນເບື໋ອຍຢູ່ຮ່າໂນ້ຍ ເຊິ່ງແມ່ນບ່ອນທີ່ປະທານ ສຸພານຸວົງ ເຄີຍຮໍ່າຮຽນຕົນເອງກໍ່ຍັງບໍ່ໄດ້ໄປຢາມ.

ການເດີນທາງທີ່ເຕັມໄປດ້ວຍຄວາມໝາຍ

ໃນຂອບເຂດການເຄື່ອນໄຫວແຕ່ວັນທີ 24 ຫາວັນທີ 30 ທັນວາ, ສະມາຊິກ 9 ຄົນໃນຄະນະໄດ້ໄປຢ້ຽມຢາມເຂດປູຊະນີຍະສະຖານບ້ານລາວໂຄ, ຕາແສງຟຽງຄວ່າຍ, ເມືອງອຽນເຈົາ, ແຂວງເຊີນລາ - ສະຖານທີ່ສ້າງຕັ້ງຄະນະຕະລຸມບອນລາວ - ພາກເໜືອປີ 1948 ໂດຍປະທານ ໄກສອນ ພົມວິຫານ ເປັນຫົວໜ້າຄະນະ, ກໍ່ຄືສະຖານທີ່ຈັດຕັ້ງກອງປະຊຸມໃຫຍ່ກະກຽມໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ II ຂອງພັກປະຊາຊົນປະຕິວັດລາວ - ກອງປະຊຸມໃຫຍ່ໂດຍປະທານ ໄກສອນ ພົມວິຫານ ເປັນປະທານ.

ທີ່ຕາແສງມີ໊ບັ່ງ, ເມືອງອຽນເຊີນ, ແຂວງຕວຽນກວາງ, ເຂົາເຈົ້າໄດ້ໄປຢ້ຽມຢາມເຂດປູຊະນີຍະສະຖານປະຕິວັດລາວ - ສະຖານທີ່ຈັດຕັ້ງກອງປະຊຸມໃຫຍ່ສະໜາມຮົບແນວລາວອິດສະຫຼະ, ເລືອກຕັ້ງລັດຖະບານຕໍ່ຕ້ານລາວ ເມື່ອປະທານ ໄກສອນ ພົມວິຫານ ເປັນລັດຖະມົນຕີກະຊວງປ້ອງກັນປະເທດ; ຢ້ຽມຢາມບັນດາສະຖານທີ່ເຊິ່ງປະທານ ສຸພານຸວົງ ເຄີຍຮໍ່າຮຽນ.

leftcenterrightdel
ຄະນະຜູ້ແທນຖ່າຍຮູບເປັນທີ່ລະນຶກພ້ອມກັບບັນດາສະມາຊິກຂອງສູນກາງສະມາຄົມມິດຕະພາບຫວຽດນາມ-ລາວ. ພາບ: T.V.

ຢູ່ແຕ່ລະສະຖານທີ່ດັ່ງກ່າວ, ຄະນະລ້ວນແຕ່ມີການເຮັດວຽກກັບສະມາຄົມມິດຕະພາບຫວຽດນາມ-ລາວ ແລະການນໍາບັນດາແຂວງ, ນະຄອນ ແລະຢ້ຽມຢາມບາງຮາກຖານທາງດ້ານເສດຖະກິດ, ວັດທະນະທໍາ, ຮາກຖານບໍາລຸງສ້າງນັກສຶກສາລາວຢູ່ທີ່ນີ້. ບັນດາການເຄື່ອນໄຫວນີ້ໄດ້ຊ່ວຍໃຫ້ບັນດາສະມາຊິກໃນຄະນະມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວິວັດການເຄື່ອນໄຫວຂອງບັນດາຜູ້ນໍາຢູ່ປະເທດຫວຽດນາມ ແລະການພົວພັນສະໜິດຕິດແໜ້ນລະຫວ່າງສອງຊາດຫວຽດນາມ-ລາວ, ພ້ອມທັງປະກອບສ່ວນເພີ່ມທະວີນໍ້າໃຈສາມັກຄີລະຫວ່າງສອງຊາດອ້າຍນ້ອງຫວຽດນາມ-ລາວ.

ການພົບປະທີ່ເຕັມໄປດ້ວຍຄວາມຕື້ນຕັນໃຈ

ໃນຊຸມວັນຢ້ຽມຢາມຫວຽດນາມ, ບັນດາເພື່ອນລາວໄດ້ມີການພົບປະກັບບັນດາສະມາຊິກຂອງສູນກາງສະມາຄົມມິດຕະພາບຫວຽດນາມ-ລາວ ພ້ອມກັບບັນດາຜູ້ທີ່ເຄີຍເຄື່ອນໄຫວ ແລະຮັບໃຊ້ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ...

ທີ່ການພົບປະເຕັມໄປດ້ວຍນ້ຳໃຈສະໜິດສະໜົມແລະຈິງໃຈນີ້, ທ່ານພົນຈັດຕະວາ ຮີ່ງດັ໋ກເຮືອງ - ຫົວໜ້າຄະນະຕິດຕໍ່ທະຫານອາສາສະໝັກ ແລະນັກຊ່ຽວຊານການທະຫານຫວຽດນາມ ຢູ່ລາວ, ອະດີດຫົວໜ້າຄະນະນັກຊ່ຽວຊານທັງເປັນຫົວໜ້າການເມືອງທະຫານອາສາສະໝັກຫວຽດນາມຢູ່ລາວໄດ້ຫວນຄືນອະນຸສອນກ່ຽວກັບການດຳລົງຊີວິດ, ສູ້ຮົບຢູ່ສະໜາມຮົບປະເທດເພື່ອນມິດ, ໃນນັ້ນມີອະນຸສອນດີງາມຫຼາຍຢ່າງກັບປະທານ ໄກສອນ ພົມວິຫານ.

ໂດຍ: ເຈິ່ນຮວ່ຽນ